spot_img
Homeຂ່າວພາຍ​ໃນສປປ ລາວ ກຽມຮັບວັກຊີນຈຳນວນ 500,000ໂດສ ໄວໆນີ້

ສປປ ລາວ ກຽມຮັບວັກຊີນຈຳນວນ 500,000ໂດສ ໄວໆນີ້

Published on

ຖືວ່າເປັນຂ່າວດີສຳລັບປະຊາຊົນລາວເປັນຢ່າງຍິ່ງ ເພາະ ສປປລາວ ກຽມຕ້ອນຮັບວັກຊີນຈຳນວນ 500,000ໂດສ ເພີ່ມຕື່ມ ຈາກ ສປ.ຈີນ ໃນໄວໆນີ.

ອີງຕາມການລາຍງານ ຂອງແຟນເພສແອໂຣລາວ ເຊິ່ງເປັນເພຈຂ່າວການບິນ ໄດ້ຮັບການລາຍງານຈາກພາກສ່ວນກ່ຽວຂ້ອງໃນມໍໆນີ້ວ່າ: ສາຍການບິນຂົນສົ່ງສິນຄ້າ YTO Cargo Airlines ຖ້ຽວບິນ YG9099 ຕົ້ນທາງຈາກນະຄອນຫຼວງ ປັກກິ່ງ, ສປ.ຈີນ – ນະຄອນຫຼວງ ວຽງຈັນ ສປປ ລາວ, ຈະນໍາສົ່ງຢາວັກຊີນ ຊີໂນຟາມ (Sinopharm) ຈໍານວນ 500,000 ໂດສ ຊ່ວຍເຫຼືອ ສປປ ລາວ ນໍາໃຊ້ເພື່ອຮັບມືສະຖານະການແຜ່ລະບາດຂອງພະຍາດໂຄວິດ-9 ທີ່ເກີດຂຶ້ນໃນປັດຈຸບັນ ແລະ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ດໍາເນີນຊີວິດຢ່າງເປັນປົກກະຕິໂດຍໄວ.

ເຊິ່ງການຕ້ອນຮັບວັກຊີນຊຸດດັ່ງກ່າວນັ້ນ ທາງ AeroLaos ຈະຮີບໂຮມຂໍ້ມູນແຈ້ງໃຫ້ຊາບ ຫຼັງໄດ້ຮັບການຢືນຢັນວັນ ແລະ ເວລາ, ເຊິ່ງຈະມີການຖ່າຍທອດສົດເຊັ່ນເຄີຍ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...