spot_img
HomeBaby-ແມ່ແລະເດັກວິທີອົບຮົມບົ່ມສອນລູກໃຫ້ເປັນຄົນດີ

ວິທີອົບຮົມບົ່ມສອນລູກໃຫ້ເປັນຄົນດີ

Published on

ຖ້າຫາກເຮົາຢາກໃຫ້ລູກເປັນຄົນດີຂອງພໍ່ແມ່ ແລະສັງຄົມ, ເຮົາຕ້ອງອົບຮົມບົ່ມສອນລູກຕັ້ງແຕ່ຍັງນ້ອຍ ເພາະການສອນລູກຕັ້ງແຕ່ຍັງນ້ອຍນີ້ ຈະເຮັດໃຫ້ລູກ ເມື່ອໃຫຍ່ເປັນບ່າວສາວ ແລ້ວກໍຈະມີຈິດສຳນຶກທີ່ດີ ທີ່ເຮົາເຄີຍສັ່ງສອນເຂົາຕັ້ງແຕ່ເຍົາໄວ ເຮົາຄວນອົບຮົມບົ່ມສອນລູກຄືດັ່ງນີ້:

  1. ອົບຮົມເຝິກແອບໃຫ້ເດັກມີຄວາມຄິດ ທີ່ຕ້ອງຮັບຜິດຊອບຕົນເອງໃນເວລາໃຫຍ່ຂຶ້ນມາ
  2. ອົບຮົມເດັກໃຫ້ເປັນຄົນຊື່ສັດສຸດຈະລິດ ຮັກສາຊື່ສຽງ ເຮັດໃຫ້ຮູ້ຈັກວ່າຕົນເອງເຮັດຜິດ ແລ້ວກໍປັບປ່ຽນ ໂດຍການບໍ່ເຮັດອີກຕໍ່ໄປ
  3. ອົບຮົມໃຫ້ເດັກມີສະຕິປັນຍາ ແລະມີຄວາມສາມາດ ທີ່ຈະໃຊ້ສະຕິປັນຍາ ໄປໃນທາງທີ່ຖືກຕ້ອງ
  4. ອົບຮົມເຝິກແອບໃຫ້ເດັກມີຄວາມສາມາດ ດຳເນີນຊີວິດໄປໄດ້ສະດວກ ແລະເປັນຜົນດີດ້ວຍຕົວເອງ
  5. ອົບຮົມໃຫ້ເດັກຮູ້ຈັກຕັດສິນໃຈດ້ວຍຕົວເອງໃຫ້ຖືກ ຢ່າຫຼົງຕັດສິນໃຈໄປໃນທາງຜິດ ແລະໃຫ້ເປັນຄົນຮູ້ຈັກກາລະເທສະ ເລືອກຄົບຫາໝູ່ເພື່ອນທີ່ເປັນຄົນດີ

ນອກຈາກນີ້ ຍັງບໍ່ຄວນສອນເດັກໃຫ້ເປັນຄົນເຫັນແກ່ຕົວ ເພາະການເຫັນແກ່ຕົວນີ້ ເປັນໄພອັນຕະລາຍຕໍ່ຄົນເຮົາຫຼາຍ, ຖ້າພໍ່ແມ່ ຫາກຫຼົງອົບຮົມເດັກໃຫ້ເປັນຄົນເຫັນແກ່ຕົວຫຼາຍເກີນໄປ ເມື່ອໃຫຍ່ມາເດັກນ້ອຍ ກໍຈະກາຍເປັນຄົນທີ່ເຫັນແກ່ຕົວ  ເພາະຖ້າຫາກເຮົາອົບຮົມບົ່ມສອນເດັກຕັ້ງແຕ່ນ້ອຍແນວໃດ ເມື່ອໃຫຍ່ຂຶ້ນມາເດັກກໍຈະມີນິໄສແບບນັ້ນ, ຖ້າຫາກຢາກໃຫ້ລູກເປັນຄົນດີ ກໍຄວນສອນແຕ່ຍັງນ້ອຍ ແລະສອນແຕ່ແນວດີ ແມ່ນຈະດີທີ່ສຸດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...