ລົດ ຄະນະຫົງຟ້າ ວາທະສິນ ເສຍຫຼັກປິ້ນ ມີທັງບາດເຈັບແລະເສຍຊີວິດ

ຕອນບ່າຍວານນີ້, ວັນທີ 26 ມັງກອນ 2018 ໄດ້ເກີດເຫດສະຫຼົດໃຈ ເມື່ອລົດນັກສະແດງລະຄອນຄະນະ ຫົງຟ້າ ວາທະສິນ ເສຍຫຼັກປິ້ນ ຢູ່ເຂດເມືອງຄົງເຊໂດນ ແຂວງສາລະວັນ ເປັນເຫດໃຫ້ມີຜູ້ບາດເຈັບຈຳນວນຫຼາຍ ແລະເສຍຊີວິດ 1 ຄົນ.

ນັກຂ່າວລາວໂພດລາຍງານເບື້ອງຕົ້ນວ່າ ລົດຂອງຄະນະນັກສະແດງດັ່ງກ່າວ ແມ່ນເດິນທາງໄປນຳກັນປະມານ 8-9 ຄົນ ພໍເດິນທາງຮອດເມືອງຄົງເຊໂດນ ລົດໄດ້ເກີດອຸບັດເຫດ ເຮັດໃຫ້ຄົນຂັບລົດແລະຜູ້ເດິນທາງນຳກັນໄດ້ຮັບບາດເຈັບທຸກຄົນ ແລະເສຍຊີວິດ 1 ຄົນ. ສ່ວນລາຍລະອຽດຍັງບໍ່ສາມາດບອກໄດ້ ເນື່ອງຈາກວ່າຜູ້ໄດ້ຮັບບາດເຈັບສ່ວນຫຼາຍແມ່ນຍັງນອນຢູ່ຫ້ອງມໍລະສຸມ.