spot_img
Homeວັນນະກຳເລື່ອງສັ້ນຮັກໃສໃສ...ຫົວໃຈມັດທະຍົມ ຕອນທີ 25

ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 25

Published on

ຕອນທີ 25 ຄວາມຮັກກຳລັງລະເບີດ

ເຊົ້າວັນອາທິດພວກເຂົາທັງສີ່ກໍ່ໄດ້ມາຮວມຕົວກັນທີ່ເຮືອນຂອງໂທນີເພື່ອຄົ້ນຄວ້າບົດຮຽນ ວັນນີ້ພວກເຮົາໄດ້ຄົ້ນຄວ້າວິຊາຟີຊິກ ເຊິ່ງໃຊ້ເວລາດົນກວ່າສາມຊົ່ວໂມງກວ່າຈະແລ້ວ ແຕ່ກ່ອນທີ່ພວກເຂົາຈະເກັບອຸປະກອນຢ່າງປື້ມ ບິກ, ໄມ້ບັນທັດເຂົ້າໄວ້ໃນກະເປົາ ທັງສີ່ຄົນກໍ່ໄດ້ສົນທະນາກັນ

ເກສອນ: ຫຼັງຈາກຈົບ ມໍ6 ແລ້ວພວກເຮົາຈະຮຽນຫຍັງຕໍ່! ອະນາຄົດພວກເຮົາຄິດໄວ້ແລ້ວບໍ່ຢາກເປັນຫຍັງ
ມັງກອນ: ຂ້ອຍມັກການແຕ້ມຮູບຂ້ອຍຢາກເປັນນັກສີລະປະກຳ ແລະ ຢາກເປັນນັກແຕ້ມກະຕູນຜູ້ມີຊື່ສຽງ! ເອີ້! ແລ້ວມາລີຢາກເປັນຫຍັງ! ຢ່າບອກໃດ໋ວ່າອະນາຄົດເຈົ້າຢາກໄດ້ຂ້ອຍເປັນຜົວ
ມາລີເບິ່ງໜ້າມັງກອນແບບໜ້າເຊັງໆ: ບໍ່ຂຳ
ໂທນີກັບເກສອນກໍ່ເບິ່ງໜ້າມັງກອນດ້ວຍສາຍຕາບໍ່ຄ່ອຍພໍໃຈປານໃດ
ມາລີ: ອືມມມ! ຍັງບໍ່ຮູ້ເລີຍວ່າຢາກເປັນຫຍັງ!ແລ້ວໂທນີລ່ະຢາກເປັນຫຍັງ
ໂທນີ: ຂ້ອຍຢາກເປັນສັດຕະວະແພດ
ມາລີ: ເຮີ້ຍດີ! ປົວສັດຂ້ອຍມັກ! ຊັ້ນຂ້ອຍສິເປັນສັດຕະວະແພດຄືກັບເຈົ້າ
ເກສອນ: ຕາມຜູ້ຊາຍວ່າຊັ້ນສະ! ມາລີຂອງເຮົານິຮ້າຍບໍ່ເບົາ
ມັງກອນເວົ້າດ້ວຍນ້ຳສຽງອິດສາ: ເຮີ້ຍເກສອນຢ່າເວົ້າແບບນັ້ນ! ມາລີຂອງຂ້ອຍບໍ່ເປັນຄົນແບບນັ້ນ! ສັດຕະວະແພດບໍ່ເຫັນເທ້ບ່ອນໃດເລີຍ! ມາລີມາເປັນນັກສີລະປະກຳຄືຂ້ອຍດີກວ່າ
ມາລີ: ພໍໆ! ເອີ້ແລ້ວເກສອນເດະເຈົ້າຢາກເປັນຫຍັງ
ເກສອນ: ຂ້ອຍຢາກເປັນດີໄຊເນີ້ອອກແບບເສື້ອຜ້າ
ມາລີ: ວ້າວ…! ອາຊີບເກສອນບໍ່ທຳມະດາເດີ້! ຕໍ່ໄປຂ້ອຍຄົງໄດ້ໃສ່ຊຸດທີ່ເຈົ້າອອກແບບ
ມັງກອນ: ຕັດໃຫ້ຂ້ອຍຈັກຊຸດແນ່ເດີ້ເກສອນ
ເກສອນຕອບດ້ວຍຮອຍຍິ້ມປົນເຂີນເລັກນ້ອຍ: ໄດ້ໆ

ທີ່ໂຮງຮູບເງົາສູນການຄ້າລາວ-ໄອເຕັກ ເກສອນອາສາໄປຕໍ່ແຖວຊື້ປີ້ເຂົ້າຊົມຮູບເງົາ, ມັງກອນໄປເຂົ້າຫ້ອງນ້ຳ ສ່ວນໂທນີກັບມາລີໄປຊື້ຂະໜົມແລະນ້ຳ ໃນລະຫວ່າງທີ່ໂທນີຢືນລໍຖ້າມາລີເລືອກຂະໜົມ ແລະ ນ້ຳຢູ່ນັ້ນກໍ່ມີສອງສາວງາມສູງຍາວຂາວຈວັກເອິກໃຫຍ່ນຸ່ງສັ້ນຍ່າງເຂົ້າມາຫາໂທນີ ພ້ອມກັບສະແດງສີໜ້າທ່າທີສົນໃຈ ສອງສາວໄດ້ເອີ່ຍຖາມໂທນີດ້ວຍນ້ຳສຽງອ່ອນຫວານນວນຫູ
ສາວແປກໜ້າ: ຜູ້ບ່າວ! ມາຄົນຫວາ
ໂທນີເບິ່ງສອງສາວດ້ວຍສີໜ້ານິ້ງກ່ອນຕອບໄປດ້ວຍນ້ຳສຽງເຢັນຊາວ່າ: ມາກັບແຟນ
ເມື່ອໂທນີຕອບແບບນີ້ສອງສາວເຖິງກັບອຶ້ງໄປເລັກນ້ອຍ ແຕ່ສາວອີກຄົນກໍ່ຍັງຍິ້ມໜ້າເຈື່ອນໆຖາມໂທນີໄປວ່າ “ເຈົ້າຜູ້ຫຼໍ່ປານນີ້ແຟນເຈົ້າຄືສິຜູ້ງາມເນາະ”
ໂທນີກໍ່ຍັງໜ້ານິ້ງ ແລ້ວໂທນີກໍ່ຍ່າງໄປຫາມາລີພ້ອມກັບໂອບບ່າມາລີໄວ້ພ້ອມຖາມມາລີດ້ວຍນ້ຳສຽງນວນຫູວ່າ: ໄດ້ລ່ະບໍ່
ມາລີແປກໃຈເລັກນ້ອຍທີ່ໂທນີໂອບບ່າ ແຕ່ມາລີກໍ່ຢືນນິ້ງດ້ວຍສີໜ້າຍີ້ມແຍ້ມທ່າມກາງສາຍຕາຄົນແຖວນັ້ນທີ່ຈ້ອງເບິ່ງຢ່າງອິດສາ
ມາລີ: ແລ້ວພໍດີ
ໂທນີ: ທັງໝົດເປັນທໍ່ໃດ
ແມ່ຄ້າ: ທັງໝົດ 50,000 ກີບ
ໂທນີຈົກເງິນຈ່າຍມື້ຊາຍຈັບເອົາຖົງ ມືຂວາໂອບບ່າມາລີທັງສອງຍ່າງໄປຈາກບໍລິເວນນັ້ນພ້ອມກັນແບບຄູ່ຮັກ ເຊິ່ງມັນໄດ້ສ້າງຄວາມຜິດຫວັງໃຫ້ກັບສາວໆບລິເວນນັ້ນ ທັງຍິງຊາຍແຖວນັ້ນງຶດຫົວສິແຕແຖບບໍ່ເຊື່ອສາຍຕາ ເພາະດ້ວຍຄວາມຫຼໍ່ລະດັບທະລຸກະແລັກຊີຂອງໂທນີບໍ່ໜ້າຈະໄດ້ແຟນລະດັບບ້ານໆແບບມາລີ
ສາວແປກໜ້າທັງສອງເຖິງກັບສ່າຍໜ້າ ແລະ ເວົ້າດ້ວຍສີໜ້າປົນອິດສາ: ເສຍດາຍຂອງ! ນີ້ລະເນາະທີ່ເພິ່ນວ່າຄົນຫຼໍ່ມັກຈະໄດ້ແຟນຂີ້ລ້າຍ
ມາລີກັບໂທນີຮຽງຂ້າງກັນຂຶ້ນຄັນໄດເລື່ອນໄປຮອດຊັ້ນສອງແລ້ວໂທນີກໍ່ຄ່ອຍປ່ອຍມືທີ່ໂອບບ່າມາລີອອກຢ່າງຊ້າໆ ມາລີກໍ່ເບິ່ງໜ້າໂທນີແບບເຂີນໃນໃຈ ທັງສອງຍ່າງມຸ່ງໜ້າໄປຫາເກສອນກັບມັງກອນທີ່ກຳລັງຢືນຖ້າ
ມັງກອນ: ວ່າສິລົງໄປນຳລະໃດ໋ນິ ແຕ່ເກສອນຈັກເປັນຫຍັງຂວາງໄວ້ຢູ່ຫັ້ນລ່ະ
ເກສອນ: ເອ໋ະ! ມາລີໜ້າເພິ່ນຄືແດງແທ໋ະ
ມາລີຍື່ນຈອກນ້ຳໃຫ້ເກສອນ ແລະ ມັງກອນດ້ວຍຍິ້ມເບົາໆ: ສົງໃສອາກາດມັນຄົງຮ້ອນໜ້າເຂົາກໍ່ເລີຍແດງ
ມັງກອນກັບເກສອນແນມເບິ່ງໜ້າມາລີແບບງົງໆ ກ່ອນທີ່ເກສອນຈະເວົ້າອອກໄປວ່າ: ຫ່ະ! ເພິ່ນວ່າຮ້ອນເຂົາລະໜາວແອຣ໌ສິຕາຍລ່ະນິ
ມັງກອນເອົາມືໄປແຕະໜ້າຜາກມາລີ: ບໍ່ສະບາຍຫວະ! ຫົວກະບໍ່ໄດ້ຮ້ອນນ່ະ
ໂທນີເຫັນມັງກອນເອົາມືມາສຳພັດໜ້າມາລີກໍ່ຮູ້ສຶກຫງຸດງິດໃຈຈົນຄິ້ວຢັບເຂົ້າມາຫາກັນ ໂທນີລີຍເອົາມືຊ້າຍຈັບມືຂວາມາລີຍ່າງໄປຕໍ່ໜ້າຕໍ່ຕາມັງກອນກັບເກສອນ ມັງກອນກໍ່ແນມເບິ່ງດ້ວຍສີໜ້າບໍ່ພໍໃຈແຮງຈິ່ງໄດ້ໃຊ້ມືເບື້ອງໜຶ່ງຂອງເຂົາຄວ້າມືອີກເບື້ອງຂອງມາລີໄວ້ ເຮັດໃຫ້ມາລີກັບໂທນີທີ່ກຳລັງຍ່າງຕ້ອງຢຸດຍ່າງຕໍ່ ທັງສອງແນມມາເບິ່ງໜ້າມັງກອນ ເກສອນກໍ່ແນມເບິ່ງພວກເຂົາທັງສາມດ້ວຍໃຈຫວັ່ນໆເພາະຢ້ານມີເລື່ອງ ເນື່ອງຈາກອາລົມຂອງມັງກອນທີ່ຮ້ອນງ່າຍ ເມື່ອບໍ່ພໍໃຈສິ່ງໃດກໍ່ຈະຟິວຂາດງ່າຍ
ເກສອນ, ມາລີ: ງານເຂົ້າແລ້ວ
ມັງກອນ ແລະ ໂທນີໃຊ້ສາຍຕາຟາດຟັນກັນທ່າມກາງສາຍຕາຄົນຈຳນວນຫຼາຍ ເພື່ອໃຫ້ສະຖານະການທີ່ຕຶງຄຽດນີ້ຜ່ອນຄາຍມາລີເລີຍແກ້ງຍິ້ມໃຫ້ທັງສອງພ້ອມເວົ້າຕິດຕະຫຼົກ
ມາລີ: ວ້າວ! ນາງເອກໃນຮູບເງົາມື້ນີ້ຕ້ອງອິດສາຂ້ອຍ ເພາະມື້ນີ້ຂ້ອຍຄວງສອງ! ແມ່ນບໍ່ເກສອນ
ເກສອນກໍ່ຕີນຽນ: ແມ່ນໆ
ມາລີ: ໄປຊັ້ນ! ອົງຄະລັກທັງສອງເຮົາມາຍ່າງເຂົ້າໂຮງຮູບເງົາພ້ອມກັນ
ຫຼັງເວົ້າຈົບມາລີສົ່ງສັນຍານຂະຍິບຕາໃສ່ເກສອນພ້ອມທັງເວົ້າຕິດຕະຫຼົກ: ສະໜົມນຳມາ
ມາລີຍ່າງຢູ່ທາງກາງໂດຍມີໜຸ່ມສຸດຫຼໍ່ຈັບມືຊ້າຍ-ຂວາ ເກສອນເຖິງຈະຮູ້ສຶກເສົ້າກັບຄວາມໂດດດ່ຽວຂ້ອງຕົນເອງແຕ່ກໍ່ກັ້ນໃຈທົນໄວ້
ໃນໂຮງຮູບເງົາມາລີນັ່ງຂັ້ນກາງລະຫວ່າງມັງກອນ ກັບ ໂທນີ ສ່ວນເກສອນເຖິງຈະນັ່ງຂ້າງໆມັງກອນ ແຕ່ກໍ່ຮູ້ສຶກເຫງົາ ເຖິງວັນນີ້ຈະເປັນການມາທ່ຽວກັບເພື່ອນໆເຖິງຈະມາກັນຫຼາຍຄົນ ມີຜູ້ຄົນຫຼາກຫຼາຍຍ່າງສວນທາງໄປມາແຕ່ສິ່ງທີ່ເກສອນສຳພັດໄດ້ກໍ່ຄືຄວາມເຫງົາເທົ່ານັ້ນ ຫຼັງອອກຈາກທີ່ພວກເຂົາອອກຈາກໂຮງຮູບເງົາ ມາລີມີສີໜ້າສົດຊື່ນ
ມາລີ: ເກສອນ ເພິ່ນວ່າຮູບເງົາມື້ນີ້ມ່ວນບໍ່! ເຂົາວ່າໜັງເລື່ອງນີ້ໂຄດໂຣແມນຕິກເລີຍ ມັກພະເອກ ເຖິງພະເອກຈະເປັນຄົນນິ້ງໆ ເຢັນຊາ ບໍ່ເວົ້າຫຼາຍ ແຕ່ການສະແດງອອກນີ້ໂຄດຮັກນາງເອກເລີຍ (ເວົ້າແລ້ວກໍ່ແນມເບິ່ງໂທນີພ້ອມຄິດໃນໃຈ “ຖ້າໂທນີເປັນຄືພະເອກໃນເລື່ອງ ແລະ ເຮົາເປັນນາງເອກກໍ່ຄົງດີ”)
ເກສອນມິດງຽບ ບໍ່ມີຄຳເຫັນໃດໆກ່ຽວກັບເລື່ອງນີ້ ຄວາມງຽບຂອງເກສອນຈົນເຮັດໃຫ້ມາລີຮູ້ສຶກແປກໃຈ
ມາລີ: ເກສອນ! ຄືງຽບຜິດປົກກະຕິແທະຫຼັງຈາກອອກຈາກໂຮງຮູບເງົາມາ! ເປັນຫຍັງຊຶ້ງກັບໜັງຫຼາຍຫວະ
ເກສອນ: ຄົງປະມານນັ້ນ! ເຮົາຈະກັບກັນເລີຍບໍ່ ຂ້ອຍຮູ້ສຶກບໍ່ສະບາຍ
ມາລີ: ຫ່ະ! ເພິ່ນບໍ່ສະບາຍຫວະ! (ມາລີເອົາມືໄປແຕະໜ້າຜາກເກສອນເບົາໆ) ຫົວກະບໍ່ໄດ້ຮ້ອນນິ
ມັງກອນເອົາມືໄທັງສອງໄປຈັບໜ້າເກສອນເບົາໆພ້ອມຖາມດ້ວຍສີໜ້າຍິ້ມແຍ້ມ: ຊືມຫຍັງເດ້ອີ່ສ່ຽວຄົນງາມເອີ້ຍ
ເກສອນຄ່ອຍເອົາມືຂອງມັງກອນອອກຈາກໜ້ານາງແລ້ວເວົ້າດ້ວຍທ່າທາງນ້ອຍໃຈເບົາໆ: ບໍ່ໄດ້ຊຶມ ແຕ່ຂ້ອຍຢາກກັບບ້ານ
ມັງກອນໃນໃຈຮູ້ສຶກຍັງບໍ່ເຕັມອື່ມກັບການມາທ່ຽວໃນເທື່ອນີ້ ແຕ່ເມື່ອເກສອນເບິ່ງເໝື່ອຍໆມັງກອນເລີຍຕາມໃຈເພື່ອນ
ມັງກອນ: ຊັ້ນມື້ນີ້ເຮົາພໍເທົ່ານີ້ກ່ອນບໍ່! ມາລີໂອເຄບໍ່ ຫຼື ວ່າເຈົ້າຢາກເລາະເບິ່ງກ່ອນ
ມາລີ: ບໍ່ໆ! ເຮົາກັບກັນເລີຍດີກວ່າ
ພວກເຂົາທັງສີ່ຄົນຍ່າງອອກມາຈາກຕຶກໄອເຕັກມຸ່ງໜ້າໄປທີ່ຄອກລົດ ມັງກອນຕ້ອງການໃຫ້ມາລີມານັ່ງຊ້ອນທ້າຍ ແຕ່ມາລີປະຕິເສດໂດຍອ້າງວ່າເກສອນບໍ່ສະບາຍມັງກອນຕ້ອງຟ້າວພາເກສອນກັບເຮືອນ ເພາະທາງບ້ານມັງກອນກັບເກສອນນັ້ນເປັນທາງດຽວກັນກັບນຳກັນມັນຖືກແລ້ວ ສ່ວນມາລີຈະກັບພ້ອມໂທນີເພາະທາງເຮືອນໄປທາງດຽວກັນ ມັງກອນຮູ້ສຶກຂັດໃຈເນື່ອງຈາກບໍ່ຕ້ອງການຈະໃຫ້ມາລີຊ້ອນລົດໄປກັບໂທນີ ແຕ່ເມື່ອເຫັນເກສອນເຫງົາໆ ມັງກອນກໍ່ຮູ້ສຶກເປັນຫ່ວງດັ່ງນັ້ນຈິ່ງຍອມເຮັດຕາມທີ່ມາລີບອກ

ທີ່ຫ້ອງນອນຂອງເກສອນ ເກສອນໄດ້ເປີດຄອມພິວເຕີ ແລະ ເຂົ້າໄປທີ່ Hi5 ນາງໄດ້ໂພສຮູບໝາໜ້າເສົ້າ (ຮູບໝາໜ້າເສົ້າມີຄວາມໝາຍວ່າ “ໂສດ ຫຼື ໂດດດ່ຽວ”) ມາລີ ກັບມັງກອນກໍ່ໄປກົດໄລນ໌ໃຫ້
ມາລີເບິ່ງຮູບແລ້ວກໍ່ຄິດໃນໃຈ (ເກສອນສື່ແບບນີ້ຕ້ອງການບອກຫຍັງ ແຕ່ໂພສເປັນຮູບໝາຄືກັນກັບເກສອນດີກວ່າ ເກສອນເຫັນຈະໄດ້ດີໃຈ ຢ່າງນ້ອຍກໍ່ຍັງມີເຮົາ)
ມັງກອນ: ສອງສາວມາອາລົມໃດລະນິຄືພາກັນໂພສຮູບໝາໜ້າເສົ້າຄ້າຍໆກັນ! ຊັ້ນເຮົາໂພສຄືກັບກະເຈົ້າກ່ອນຈະໄດ້ ໂພສຮູບໝາເປັນແກ໊ງ
ເກສອນເຫັນເພື່ອນທັງສອງໂພສຮູບໝາໜ້າເສົ້າແບບຕົນເອງກໍ່ຮູ້ສຶກແປກໃຈ ແລະ ໄດ້ແຕ່ຄິດ (ຫຼືຕອນນີ້ພວກເຂົາຈະຮູ້ສຶກໂດດດ່ຽວຄືເຮົາ)
ໂທນີເປັນເພື່ອນທາງ Hi5 ຂອງມາລີແບບລັບໆ ເຊິ່ງມາລີເອງກໍ່ບໍ່ຮູ້ວ່າໂທນີຕິດຕາມ Hi5 ຂອງຕົນເອງ ເນື່ອງຈາກວ່າໂທນີໃສ່ຊື່ Hi5 ເປັນລະຫັດ NE1314 ແລະ ຮູບທີ່ໃສ່ເປັນໂປຣຟາກໍເປັນຮູບກາຕູນໃນເກມ ເມື່ອເຫັນມາລີໂພສຮູບແບບນີ້ໂທນີກໍ່ເຂົ້າໃຈຄວາມໝາຍຮູບທັນທີ
ຢູ່ດີໆໂທນີກໍ່ເອົາມືຂຶ້ນມາແຕະທີ່ເອິກຂ້າງຊ້າຍຫົວໃຈຂອງເຂົາເຕັ້ນວິວໆ ໂທນີນັ່ງນິ້ງໄປພັກໜຶ່ງກ່ອນທີ່ຈະລຸກຈາກຕັ່ງແລ້ວຍ່າງມຸ່ງໜ້າໄປທີ່ເຮືອນຂອງມາລີ

ທີ່ໜ້າເຮືອນມາລີ ໂທນີຢືນສູງເດັ່ນກ່ອນຈະກົດໂທລະສັບຫາມາລີ
ມາລີ: ຫົກໂຫຼ! ນາງຟ້າກຳລັງເວົ້າ
ໂທນີ: ອອກມາຫາແນ່ ຖ້າຢູ່ໜ້າບ້ານ
ມາລີ: ເອ໋ະ
ມາລີວາງສາຍຈາກໂທນີແລ້ວຍ່າງມາໄຂປະຕູໜ້າບ້ານໃຫ້: ມີຫຍັງ
ໂທນີບໍ່ປາກຍ່າງໜ້ານິ້ງເຂົ້າມາໃນເຮືອນຂອງມາລີທັນທີ ໂດຍມາລີກໍ່ຍ່າງນຳຫຼັງໂທນີເຂົ້າໃນເຮືອນຂອງຕົນແບບງົງໆ ໂທນີຍ່າງເຂົ້າໄປໃນເຮືອນແນມຊ້າຍແນມຂວາແຕ່ບໍ່ເຫັນພໍ່ແມ່ຂອງມາລີເລີຍຖາມຫາ ມາລີໄດ້ບອກໄປວ່າພໍ່ແມ່ຂອງຕົນອອກໄປງານມັດແຂນພີ່ນ້ອງ ເດິກພຸ້ນຈິ່ງກັບ ພຽງໂທນີໄດ້ຍິນເທົ່ານັ້ນກໍ່ມຸ່ງໜ້າຍ່າງເຂົ້າຫາມາລີດ້ວຍສີໜ້າແວວຕາທີ່ຈິງຈັງ ມາລີຖອຍຫຼັງໄປຢືນແນບຟ້າເຮືອນເງີຍໜ້າເບິ່ງໂທນີດ້ວຍສີໜ້າຕົກໃຈເລັກນ້ອຍ
ມາລີ: ເພິ່ນສິເຮັດຫຍັງ
ໂທນີ: ຟັງດີໆ! ເພາະຂ້ອຍຈະບໍ່ເວົ້າຊ້ຳ
ມາລີພະຍັກໜ້າຕອບຮັບ: ອືມ
ໂທນີ: ເຮົາມາຄົບກັນເຖາະ
ຄຳທີ່ໂທນີເວົ້າເຮັດໃຫ້ມາລີອຶ້ງໄປທັນທີ ອາລົມຕອນນັ້ນສັບສົນແບບງົງໆມັນດີໃຈແບບບອກບໍ່ຖືກ
ມາລີເວົ້າ້ວຍນ້ຳສຽງສັ່ນໆແບບມຶນງົງດ້ວຍອາລົມທີ່ສັບສົນ: ນີ້ມັນບໍ່ແມ່ນຄວາມຈິງ ຫຼື ຄວາມຝັນ
ໂທນີເລີຍກົ້ມໜ້າລົງໄປຈູບຮີມສົບອັນບາງໆຂອງມາລີຢ່າງນຸ້ມນວນ
ໂທນີ: ຄວາມຝັນມັນສຳພັດບໍ່ໄດ້
ມາລີຄິດໃນໃຈ (ລະມຸນແບບນີ້ສະແດງວ່າ…ແມ່ນເລື່ອງຈິງ)
ໂທນີ: ຕໍ່ໄປເຈົ້າເປັນຜູ້ຍິງຂອງຂ້ອຍລະເດີ້
ມາລີຕອບຕົກລົງດ້ວຍຄວາມເຂີນອາຍໜ້າແດງຫູແດງ: ອືມ
ຫຼັງຈາກຜ່ານການຈູບພວກເຂົາໄດ້ພາກັນມານັ່ງທີ່ໂຊຟາ ມາລີກັບໂທນີນັ່ງນິ້ງໆບັນຍາກາດແສນມິດງຽບໄດ້ຍິນແຕ່ສຽງຫົວໃຈເຕັ້ນ ເວລານັ້ນທັງສອງຮູ້ສຶກເຂີນກັນຈົນບອກບໍ່ຖືກໄດ້ແຕ່ນັ່ງອົມຍິ້ມ

ແລງນີ້ທີ່ຕຽງນອນໃນຫ້ອງນອນຂອງທັງຄູ່ທັງມາລີ ແລະ ໂທນີພາກັນນອນບໍ່ຫຼັບເພາະຄິດເຫັນພາບຈູບທີ່ແສນຫວານກັບຄຳສາລະພາບຮັກ ພວກເຂົາມີທ່າທາງເຂີນອາຍບິດໂຕໄປມາທີ່ບ່ອນ ຫົວໃຈນີ້ເປັນສີດອກກຸຫຼາບຄວາມຮັກກຳລັງລະເບີດມັນຊ່າງສວຍງາມຄືລະດູດອກສະກຸລະບານ ຟ້າຝົນລົມໜາວຄວາມແຫ້ງແລ້ງໄປພັດຜ່ານລະດູໃບໄມ້ປົ່ງຄວາມອບອຸ່ນກຳລັງເຄື່ອນຕົວເຂົ້າມາປົກຄຸມທຸກພື້ນທີ່ຂອງຫົວໃຈຂອງທັງຄູ່
ມາລີນອນຄິດໃນໃຈດ້ວຍສີໜ້າຍິ້ມແຍ້ມ (ໃນທີ່ສຸດຄວາມຝັນເຮົາກໍ່ເປັນຈິງ)
ໂທນີນອນຄິດໃນໃຈ (ຮັກຕ້ອງກ້າຫານ! ເຈົ້າເປັນຜູ້ຍິງຂອງຂ້ອຍລະເດີ້ນາງເປັດໂງ່)

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...