Homeນານາສາລະປ່ອຍສັດຢ່າງຖືກວິທີ ໄດ້ຜົນດີເກີນຄາດ

ປ່ອຍສັດຢ່າງຖືກວິທີ ໄດ້ຜົນດີເກີນຄາດ

Published on

ການປ່ອຍສັດປ່ອຍປາທີ່ໄດ້ຜົນດີນັ້ນ ມັນມີວິທີການແລະຄຳອະທິຖານທີ່ຖືກຕ້ອງ ບໍ່ດັ່ງນັ້ນການປ່ອຍສັດກໍເປັນພຽງການສົ່ງເສີມໃຫ້ຄົນຈັບສັດທໍ່ນັ້ນ.

ການປ່ອຍສັດທີ່ດີແລະໄດ້ບຸນນັ້ນກ່ອນອື່ນໝົດ ຕ້ອງຄຳນຶງເຖິງແຕ່ປະເພດສັດແລະຊະນິດສັດວ່າ ພວກເຂົາດຳລົງຊີວິດຢູ່ໃນທຳມະຊາດແລະສິ່ງແວດລ້ອມແບບໃດ ເຊັ່ນ ຖ້າປ່ອຍນົກປ່າກໍຄວນໄປປ່ອຍຢູ່ປ່າ, ນົກທີ່ອາໄສຢູ່ບ້ານຄົນກໍຄວນປ່ອຍຢູ່ບ້ານຄົນ, ປາຄໍ່ ປາດຸກ ຫອຍ ອ່ຽນ ເຕົ່າ ປາຝາ ກົບ ຂຽດ ກໍຄວນປ່ອຍລົງນໍ້າທີ່ເປັນລັກສະນະໜອງນໍ້າ, ຫ້ອຍນໍ້າທີ່ມີຕົມມີໜອງ, ນໍ້າບໍ່ໄຫຼຫຼືໄຫຼບໍ່ແຮງ… ແບບນີ້ເປັນຕົ້ນ. ກົງກັນຂ້າມຖ້າເອົາສັດທີ່ມັກຢູ່ໃນໜອງຂີ້ຕົມ ໄປປ່ອຍໃສ່ແມ່ນໍ້າໃສໄຫຼແຮງ ສັດກໍບໍ່ສາມາດດຳລົງຊີວິດຫຼືຫາກິນບໍ່ໄດ້ ໃນທີ່ສຸດມັນກໍອາດຈະຕາຍກໍໄດ້. ຜູ້ເຖົ້າເພິ່ນຈຶ່ງມັກເວົ້າວ່າ “ໂຜດເຕົ່າໃຫ້ເຖິງໜອງ” ໝາຍຄວາມວ່າຈະຊ່ວຍເຫຼືອເຕົ່າກໍຈົ່ງຊ່ວຍໄປສົ່ງໃຫ້ຮອດໜອງນໍ້າ ບໍ່ແມ່ນຊິປ່ອຍໃສ່ກາງໂຄກ ຫຼື ແມ່ນໍ້າຫຼືແກ້ງທີ່ບໍ່ເໝາະສົມກັບເຕົ່າ.

ຕໍ່ໄປນີ້ແມ່ນຂັ້ນຕອນແລະຄຳອະທິຖານປ່ອຍສັດທີ່ໄດ້ຜົນເກີນຄາດແລະຖືກຕ້ອງດີທີີ່ສຸດ

  1. ຕັ້ງນະໂມ 3 ເທື່ອ (ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຮອບ) )
  2. ເປີດປາກຖົງທຸກຖົງ
  3. ແລ້ວກ່າວວ່າ:

ຂ້າພະເຈົ້າຊື່:………………………ນາມສະກຸນ:………………………… ເກີດເມື່ອວັນທີ:………ເດືອນ:…….ປີ…… ອາຍຸ:………..ປີ ໄດ້ປ່ອຍ:………..ຈຳນວນ:……ໂຕ ໃຫ້ມີອິດສະຫຼະແລະມີຊີວິດຢູ່ສືບຕໍ່ໄປ ເພື່ອໃຫ້ເປັນທີ່ເພິ່ງແກ່ຕົນເອງ ແລະເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ ສັດຕູ, ໝູ່ມານ ແລະເຈົ້າກຳນາຍເວນ, ຂໍໃຫ້ຄວາມທຸກ ໂສກ ໂຣກ ໄພ ອັນຕະລາຍທັງຫຼາຍ ຈົ່ງອອກໄປຈາກຂ້າພະເຈົ້າ ນັບແຕ່ນີ້ເປັນຕົ້ນໄປ. ຂໍໃຫ້ແມ່ທໍລະນີ, ແມ່ຄົງຄາ, ເທພາອາຮັກ, ເຈົ້າທີ່ເຈົ້າທາງ ແລະສິ່ງສັກສິດທັງຫຼາຍທັງປວງ ຈົ່ງເປັນສັກຂີພະຍານຮັບຮູ້ກຸສົນເຈຕະນາຂອງຂ້າພະເຈົ້າ ແລະຄຸ້ມຄອງຊີວິດສັດໃຫ້ປອດໄພຈົນສິ້ນອາຍຸໄຂ. ດ້ວຍອຳນາດຂອງກຸສົນຜົນບຸນນີ້ ຈົ່ງສະເດາະເຄາະເຂັນເວນໄພຂອງຂ້າພະເຈົ້າໃຫ້ກັບກາຍເປັນດີ ມີຄວາມຢູ່ເຢັນເປັນສຸກ ປະສົບຄວາມສຳເລັດສົມຫວັງໃນສິ່ງທີ່ປາຖະໜາ ມີຄວາມຈະເລີນກ້າວໜ້າ ມີຊີວິດທີ່ມີຄວາມສຸກ ສົດຊື່ນ ຕັ້ງແຕ່ນີ້ເປັນຕົ້ນໄປດ້ວຍເທີນ.
ສັບເພ ສັດຕາ ສຸຂິຕາ ໂຫນຕຸ
ສັບເພ ສັດຕາ ອະເວຣາ ໂຫນຕຸ
ສັບເພ ສັດຕາ ອະນິຄາ ໂຫນຕຸ
ສັບເພ ສັດຕາ ອັບພະຍາ ປັດຊາ ໂຫນຕຸ
ສັບເພ ສັດຕາ ສຸຂີ ອັດຕານັງ ປະຣິຫະຣັນຕຸ
ອະຫັງ ສຸຂິໂຕ ໂຫມິ ອະເວໂຣ ໂຫມິ ອະນິໂຄ ໂຫມິ
ອັບພະຍາ ປັດໂຊ ໂຫມິ ສຸຂີ ອັດຕານັງ ປະຣິຫະຣາມິ.

ແລ້ວກໍປ່ອຍສັດ(ປາ)ລົງນໍ້າໄປ ແລະຢ່າລືມເກັບຖົງຢາງໄປຖິ້ມໃຫ້ຖືກບ່ອນ ເພື່ອສິ່ງແວດລ້ອມແລະສິລິມຸງຄຸນຕະຫຼອດໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...