ລົດໄຟລາວ-ຈີນ ສະຖານີ​ຫຼວງ​ພະ​ບາງ ເປີດດຳເນີນທຸລະກຳຂົນສົ່ງ​ສິນຄ້າແລ້ວມື້ນີ້

0
1669

ຕາມການລາຍງານຈາກເພຈ Laos – China Railway Company Limited ໃນວັນທີ 22 ມີນາ 2022 ທີ່ຜ່ານມາ ໃຫ້ຮູ້ວ່າ: ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າໃນປັດຈຸບັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງຢ່າງເປັນທາງການໃນວັນທີ 22 ກຸມພາ.

ສະນັ້ນ, ສະຖານີຫຼວງພະບາງຈິ່ງເປັນສະຖານີທີ 4 ທີ່ໄດ້ດຳເນີນທຸລະກຳຂົນສົ່ງສິນຄ້າ, ອີກ 3 ສະຖານີທີ່ໄດ້ເປີດທຸລະກຳຂົນສົ່ງສິນຄ້າແລ້ວມີຄື: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ ແລະ ສະຖານີວັງວຽງ.