spot_img
Homeຂ່າວຕ່າງປະເທດຜູ້ນຳຣັດເຊຍອອກຄຳສັ່ງ! ໃຫ້ເລີ່ມປະຕິບັດການທະຫານໃນຢູເຄຣນແລ້ວ

ຜູ້ນຳຣັດເຊຍອອກຄຳສັ່ງ! ໃຫ້ເລີ່ມປະຕິບັດການທະຫານໃນຢູເຄຣນແລ້ວ

Published on

ອີງຕາມການລາຍງານເວັບໄຊ້ຂ່າວ RT ໄດ້ລາຍງານວ່າ: ທ່ານ​ປະທານາທິບໍດີ ​ຣັດ​ເຊຍ ວາລາດິເມຍ ປູຕິນ (Vladimir Putin) ​ໄດ້​ປະກາດ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເຂດ ດອນບາສ (Donbas) ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຢູ​ເຄຣນ.

ຫຼັງຈາກລັດໃໝ່ ທີ່ໄດ້ຮັບການຍອມຮັບໂດຍລັດເຊຍນີ້ແມ່ນສາທາລະນະລັດປະຊາຊົນ ລູຣານ ແລະ ສາທາລະນະລັດປະຊາຊົນ ໂດເນັດ ທີ່ຕັ້ງຢູ່ໃນພາກພື້ນດັ່ງກ່າວຮຽກຮ້ອງ​ໃຫ້ຣັດ​ເຊຍ​ຊ່ວຍ​ຂັບໄລ່ກອງກຳລັງ​ຂອງ​ຢູເຄຣນ ທີ່​ມີພຶດຕິກຳໃຊ້ຄວາມຮຸນແຮງຢູ່ໃນດິນແດງຂອງຕົນ.

ໃນຖະແຫຼງການຂອງຜູ້ນຳຣັດ​ເຊຍ​ຮຽກຮ້ອງ​ໃຫ້​ທະຫານ​ຢູເຄຣນທີ່​ຢູ່​ເຂດ​ສູ້​ຮົບພາກ​ຕາ​ເວັນ​ອອກ​ ວາງ​ອາວຸດ​ຍຸດ​ໂທ​ປະກອນ ​ແລະ​ ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງ​ນອນ, ຖ້າ​ບໍ່​ດັ່ງ​ນັ້ນ ຢູ​ເຄຣນຈະ​ຖືກ​ຕຳ​ນິວ່າເປັນຝ່າຍ​ກໍ່ເຫດການ​ນອງ​ເລືອດໃນຄັ້ງນີ້. ຜູ້ນຳຣັດເຊຍ ຍັງກ່າວອີກວ່າ:

“ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ກຳ​ລັງ​ຣັດ​ເຊຍ​ ແລະ​ ຢູເຄຣນແມ່ນ​ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ພຽງແຕ່ພວກເຂົາຍັງບໍ່ຮູ້ວ່າການສູ້ຮົບຈະເກີດຂື້ນໃນເວລາໃດ ຄວາມ​ຈິງ ​ແລະ ​ຄວາມ​ຍຸດ​ຕິ​ທຳ​ຢູ່​ຝ່າຍ​ພວກ​ເຮົາ ​ແລະ​ ຜູ້​ໃດ​ທີ່​ພະຍາຍາມ​ເອົາປຽບຣັດ​ເຊຍ​ຈະ​ປະ​ເຊີນ​ກັບ​ການ​ຕອບໂຕ້​ໃນ​ທັນທີ”.

​ຢ່າງໃດກໍຕາມ ທ່ານ​ປູ​ຕິນ ກ່າວ​ຢ້ຳຄືນ​ວ່າ: ທ່ານ​ບໍ່​ໄດ້​ຕັ້ງ​ໃຈ​ຈະ​ຍຶດຄອງ​ຢູເຄຣນ ເຊິ່ງການ​ເຄື່ອນ​ໄຫວ​ທາງ​ທະຫານ​ນີ້​ເປັນ​ພຽງ​ການ​ປະຕິບັດ​ງານ​ຊົ່ວຄາວ​ ທີ່​ມີ​ເປົ້າ​ໝາຍ​ສະ​ເພາະ, ຢູເຄຣນຍັງມີອິດສະລະທີ່ຈະເລືອກເອົາໃຜຈະເປັນຜູ້ປົກຄອງປະເທດຕໍ່ໄປ.

ນອກນຈາກນີ້, ຍັງ​ມີ​ລາຍ​ງານ​ໂດຍ​ຜູ້​ໃຊ້​ສື່​ສັງ​ຄົມອອນລາຍ​ກ່ຽວ​ກັບ​ເຫດ​ລະ​ເບີດ​ທີ່​ເມືອງຄາຄີບ (Kharkiv) ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຢູ​ເຄ​ຣນ, ລວມທັງ​ຢູ່​ໃນ​ເມືອງໂອເດຊາ (Odessa) ທາງ​ພາກ​ໃຕ້ ແລະ ໃນເຂດໂດເນັດ (Donask) ໃນພາກຕາເວັນອອກ.

ສ່ວນທ່ານ ໂຈ ໄບເດັນ ປະທານາທິບໍດີ ສະຫະລັດອາເມລິກາ ໄດ້ກ່າວຫຼັງຈາກຄຳສັ່ງຄັ້ງຫຼ້າສຸດຂອງຜູ້ນຳຣັດເຊຍວ່າ: ປະທານາທິບໍດີ ປູຕິນ ໄດ້ເລືອກທີ່ຈະເຮັດສົງຄາມດ້ວຍການວາງແຜນ ແລະ ກຽມການບາງຢ່າງເຊິ່ງສົງຄາມນີ້ຈະນໍາເອົາໄພພິບັດອັນໃຫຍ່ຫຼວງ, ທັງການສູນເສຍຊີວິດ ແລະ ຄວາມທຸກທໍລະມານມາໃຫ້, ມີແຕ່ຣັດເຊຍຕ້ອງຮັບຜິດຊອບຕໍ່ການເສຍຊີວິດ ແລະ ການທໍາລາຍໃນຄັ້ງນີ້ພຽງຝ່າຍດຽວ ເຊິ່ງການ​ໂຈມ​ຕີ​ຄັ້ງ​ນີ້​ຈະເຮັດໃຫ້​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ຈະ​ຮ່ວມ​ກັນ​ເປັນ​ໜຶ່ງ​ໃນ​ການ​ຕອບ​ໂຕ້ຂັ້ນ​ເດັດຂາດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...