spot_img
Homeຂ່າວຕ່າງປະເທດຫວຽດນາມກຽມເປີດປະເທດໄວໆນີ້ແລ້ວ

ຫວຽດນາມກຽມເປີດປະເທດໄວໆນີ້ແລ້ວ

Published on

ກະ​ຊວງການ​ທ່ອງ​ທ່ຽວ​ຫວຽດ​ນາມ ກຽມເປີດປະ​ເທດເພື່ອຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ແລະ ຍົກເລີກ​ຂໍ້​ຈຳກັດ​ການ​ເດີນທາງ​ເກືອບ​ທັງ​ໝົດ​ ເລີ່ມ​ວັນ​ທີ 15 ມີນາ​ 2022.

ຂໍ້​ສະ​ເໜີ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ ປະຕິບັດຕາມຂັ້ນຕອນການເປີດປະເທດດຽວກັນກັບປະເທດອື່ນໆ ໃນອາຊີຕາເວັນອອກສຽງໃຕ້ ເຊັ່ນ ປະເທດໄທ ແລະ ຟີລິບປິນ, ທີ່ ໂຄວິດ-19 ສາຍພັນໂອໄມຄຣອນ ລະບາດໜັກເຮັດໃຫ້ເກີດການຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ແຕ່ການເສຍຊີວິດໜ້ອຍກວ່າສາຍພັນທີ່ຜ່ານມາ.

ຂໍ້ສະເໜີນີ້ຍັງຄົງຕ້ອງມີການກັກໂຕ 1 ມື້ ສໍາລັບຜູ້ທີ່ຈະເຂົ້າມາໃນປະເທດ ຕ້ອງມີຜົນກວດຫາເຊື້ອ ໂຄວິດ-19 ເປັນລົບກ່ອນອອກເດີນທາງ ແລະ ເມື່ອມາຮອດຫວຽດນາມ.

​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດປະຕິບັດ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ໃນ​ໂລກເມື່ອ 2 ປີ​ກ່ອນ, ເຊິ່ງໄດ້ປະສົບຜົນສໍາເລັດໃນການປ້ອງກັນການລະບາດໃນເບື້ອງຕົ້ນ​. ​ແຕ່​ນະ​ໂຍບາຍ​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ຂະ​ແໜງການ​ທ່ອງ​ທ່ຽວ​ທີ່ກໍາລັງ​ຂະ​ຫຍາຍ​ຕົວ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼຸດ​ລົງ​ເປັນ 157.000 ຄົນ​ ໃນ​ປີ​ກາຍ​ນີ້, ​ທຽບ​ໃສ່​ປີ 2019 ທີ່ມີນັກທ່ອງທ່ຽວສູງເຖິງ 18 ລ້ານ​ຄົນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...