spot_img
Homeຂ່າວການພັດທະນາລາວ-ກຳປູເຈຍ ກຽມຈະກໍ່ສ້າງ ຂົວຂ້າມເຊລໍາເພົາ

ລາວ-ກຳປູເຈຍ ກຽມຈະກໍ່ສ້າງ ຂົວຂ້າມເຊລໍາເພົາ

Published on

ສປປ ລາວ ​ແລະ ຣາຊະ​ອານາຈັກ​ກໍາປູ​ເຈຍ ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​​ເບື້ອງ​ຕົ້ນ​​ ເພື່ອ​ກໍານົດ​ຈຸດ​ກໍ່ສ້າງ​ຂົວ​ເຊື່ອມ​ຕໍ່ ລະຫວ່າ​ງສອງ​ປະ​ເທດ, ຂົງ​ເຂດ ​ແລະພາກ​ພື້ນ​ ​ຂະນະ​ທີ່ ​ແຜນ​ກໍ່ສ້າງ​ ຂົວ​ຂ້າມ​ເຊ​ລໍາ​ເພົາ​ແຫ່ງ​ນີ້​ ໂດຍປະຕິບັດ​ຕາມການຕົກລົງ ເຫັນດີຂອງສອງ ນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ຄັ້ງວັນທີ 23 ພະຈິກ 2016 ທີ່ ຊຽມຣຽບ, ຣາຊະອານາຈັກ ກໍາປູເຈຍ, ຕໍ່​ມາໃນວັນທີ 27 ມັງກອນ 2017, ຄະ​ນະ​ປະຕິບັດງານຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ​ເຊິ່ງຝ່າຍ​ລາວນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ພອ້ມຄະ​ນະ ປະຕິບັດງານຮ່ວມ, ຝ່າຍກຳ​ປູ​ເຈຍນໍາ​ໂດຍ ທ່ານ ລອງວິຊະໂລ, ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ, ໂດຍມີທ່ານຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາການນໍາ​ຂອງແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະ​ແໜງ​ການ​ ທີ່ກ່ຽວຂ້ອງຂອງລາວ ແລະ ກຳ​ປູ​ເຈຍ ໄດ້ຮ່ວມກັນ ສຳຫລວດ​​ພູມີປະເທດຕົວຈິງ ແລະ ປຶກສາຫາລືກັນກ່ຽວກັບ ຈຸດທີ່ຈະກໍ່ສ້າງຂົວ ຂ້າມເຊລຳເພົາ ແລະ ໄດ້ເຫັນດີເປັນເອກະພາບກັນ ກໍານົດຈຸດທີ່ຈະສ້າງຂົວດັ່ງກ່າວ ຢູ່ລະຫວ່າງ ບໍລິເວນບ້ານເວີນຍາງ, ເມືອງມຸນລະປະໂມກ, ແຂວງຈໍາປາສັກ (ລາວ) ແລະ ຕາແສງທ່າເປືອຍ, ແຂວງເພຣຍວິເຮຍ (ກໍາປູເຈຍ) ມີໄລຍະຫ່າງຈາກປາກເຊລໍາເພົາ ປະມານ 1.500 ແມັດ.

ການ​ລົງ​ສຳຫລວດຢູ່​ພື້ນ​ທີ່ຕົວ​ຈິງ ໃນ​ຄັ້ງ​ນີ້​ເປັນການປະຕິບັດ ຕາມເຈດຕະນາລົມ ແລະຄວາມມຸ້ງມາດາດຖະໜາ ຂອງລັດຖະບານສອງປະເທດລາວ ແລະກຳປູເຈຍ ທີ່ຢາກຈະຂະຫຍາຍຕາໜ່າງ ການເຊື່ອມໂຍງ ເພື່ອເອື້ອອຳນວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນ, ສົ່ງເສີມການແລກປ່ຽນການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ.

ອີງໃສ່ຜົນການ ສຳຫລວດພື້ນທີ່ຕົວຈິງ, ສອງຝ່າຍໄດ້ປຶກສາຫາລື ແລະແລກປ່ຽນຄວາມເຫັນ ນໍາກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຂົວດັ່ງກ່າວ ໄດ້ຮັບການກໍ່ສ້າງໂດຍໄວ ແລະ ຮັບປະກັນ ທາງດ້ານສິດຜົນປະໂຫຍດ ຂອງທັງສອງຝ່າຍ, ພ້ອມທັງຈະນໍາເອົາຜົນ ຂອງການສໍາຫລວດ ພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນ ໃຫ້ການຊີ້ນໍາ ​ແລະ ສືບ​ຕໍ່ດຳເນີນໄປ ດ້ວຍບັນຍາກາດ ແຫ່ງໄມຕີຈິດ, ມິດຕະພາບທີ່ດີນຳກັນ ແລະ ໄດ້ລົງນາມ​​ບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...