ລາວສະຫຼອງສຽງແຄນລາວເປັນມໍລະດົກໂລກຢ່າງຍິ່ງໃຫຍ່

ຮູບ: ພິທີແຫ່ແຄນ ສະຫຼອງສຽງແຄນລາວເປັນມໍລະດົກໂລກ / ວິທະຍຸກະຈາຍສຽງແຫ່ງຊາດ

ຕອນເຊົ້າວັນທີ 11 ເມສາ 2018 ຢູ່ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີແຫ່ແຄນ ເພື່ອສະເຫຼີມສະຫຼອງທີ່ ອົງການອຸຍເນສໂກ ໄດ້ຮັບຮອງເອົາ “ສຽງແຄນລາວ” ເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທຳທີ່ຈັບຕ້ອງບໍ່ໄດ້.

ຮູບ: ພິທີແຫ່ແຄນ ສະຫຼອງສຽງແຄນລາວເປັນມໍລະດົກໂລກ / ວິທະຍຸກະຈາຍສຽງແຫ່ງຊາດ

ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເດິ່ນອະນຸສາວະລີ ເຈົ້າຟ້າງຸ່ມ ມະຫາລາດ (ວິລະກະສັດອົງຍິ່ງໃຫຍ່ທີ່ທ້ອນໂຮມບັນຫາຫົວເມືອງລາວ ເຂົ້າເປັນອານາຈັກລາວລ້ານຊ້າງ) ເຊິ່ງເຂົ້າຮ່ວມເປັນປະທານຂອງທ່ານ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ການນຳຈາກກະຊວງ ຖວທ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ການນຳນະຄອນຫຼວງ ແລະມວນຊົນລາວເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີໄດ້ມີການສະແດງຄາລະວະຫຼືຄອບໄຄວ່ບັນພະບຸລຸດເຊື້ອຊາດລາວ ຜູ້ໃຫ້ກຳເນີດຊາດລາວແລະແຄນລາວ ຢູ່ທີ່ສວນເຈົ້າຟ້າງຸ່ມ ແລ້ວໄດ້ຈັດຂະບວນແຫ່ແຄນໄປຕາມຖະໜົນສາຍສຳຄັນໃນນະຄອນຫຼວງວຽງຈັນ ໂດຍມີໃບຢັ້ງຢືນການຮັບເອົາສຽງແຄນລາວເຂົ້າເປັນມໍລະດົກໂລກນຳໜ້າຂະບວນ.

ຮູບ: ພິທີແຫ່ແຄນ ສະຫຼອງສຽງແຄນລາວເປັນມໍລະດົກໂລກ / ວິທະຍຸກະຈາຍສຽງແຫ່ງຊາດ

ວັນພະຫັດ ທີ 7 ທັນວາ 2017 ທີ່ຜ່ານມາ, ໃນກອງປະຊຸມຄະນະກຳມະການດ້ານພູມປັນຍາທາງວັດທະນະທຳ ອົງການສຶກສາ ວິທະຍາສາດ ແລະວັດທະນະທຳ (UNESCO) ໃນລະຫວ່າງວັນທີ 4-9 ທັນວາ 2017 ທີ່ເກາະເຊຈູ ປະເທດເກົາຫຼີໃຕ້ ໄດ້ປະກາດ “ສຽງແຄນລາວ” ຂຶ້ນເປັນມໍລະດົກພູມປັນຍາທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ ແລະຖືກຮັບຮອງຢ່າງເປັນທາງການຈາກກອງປະຊຸມດັ່ງກ່າວ.

ເຫດການດັ່ງກ່າວນີ້ ຖືເປັນຄວາມພາກພູມໃຈຂອງຄົນລາວໂດຍສັນຊາດ ກໍຄືຊົນເຜົ່າລາວທົ່ວໂລກ ເນື່ອງຈາກວ່າແຄນ ແມ່ນດົນຕີພື້ນເມືອງທີ່ເປັນເອກະລັກຂອງຊົນເຜົ່າລາວທຸກຄົນທັງໃນແລະຢູ່ຕ່າງປະເທດ ທີ່ມີມາແຕ່ບູຮານນະການ.

ທຸກຊົນເຜົ່າໃນລາວລ້ວນແຕ່ຮູ້ຈັກແຄນແລະຮູ້ໃຊ້ແຄນເປັນເຄື່ອງດົນຕີປະສານສຽງຂັບສຽງລຳຂອງຊົນເຜົ່າຕົນຢ່າງກົມກືນ ເຊິ່ງອາດຈະແຕກຕ່າງທາງດ້ານຈັງຫວະທຳນອງເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ແລະຮູບລັກສະນະຂອງແຄນກໍແຕກຕ່າງກັນໃນບາງຊົນເຜົ່າ ເຊັ່ນ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວເທິງ ກໍຈະມີແຄນເປັນເອກະລັກຂອງເຜົ່າໄປອີກແບບໜຶ່ງ.

ແຄນມີປະຫວັດຄວາມເປັນມາອັນຍາວນານ, ກຳເນີດຂຶ້ນດ້ວຍພູມປັນຍາຂອງຊົນຊາດລາວ ແລະຢູ່ກັບຄົນທຸກບ່ອນທັງພາຍໃນແລະຕ່າງປະເທດ ຈຶ່ງເປັນການຢັ້ງຢືນວ່າ ແຄນແມ່ນມໍລະດົກທາງດ້ານສິລະປະວັດທະນະທຳທີ່ເປັນເອກະລັກສະເພາະຂອງຄົນລາວຢ່າງແທ້ຈິງ.

ຮູບ: ພິທີແຫ່ແຄນ ສະຫຼອງສຽງແຄນລາວເປັນມໍລະດົກໂລກ / ວິທະຍຸກະຈາຍສຽງແຫ່ງຊາດ