Homeຂ່າວຕ່າງປະເທດເດືອດ! ນັກໂທດບຣາຊິນໂຕນຄຸກ ເສຍຊີວິດແລ້ວຢ່າງຫນ້ອຍ 21ຄົນ

ເດືອດ! ນັກໂທດບຣາຊິນໂຕນຄຸກ ເສຍຊີວິດແລ້ວຢ່າງຫນ້ອຍ 21ຄົນ

Published on

ເຈົ້າຫນ້າທີ່ທາງການບຣາຊິນ ລາຍງານວ່າມີຜູ້ເສຍຊີວິດຢ່າງຫນ້ອຍ 21 ຄົນ ຈາກການທີ່ນັກໂທດພະຍາຍາມໂຕນຄຸກໃນເຮືອນຄຸມຂັງທາງຕອນເຫນືອຂອງປະເທດ ໂດຍມີກຸ່ມຕິດອາວຸດຈາກພາຍນອກໃຫ້ການຊ່ວຍເຫລືອລະເບີດກຳແພງ.

ຫນ່ວຍງານຄວາມຫມັ້ນຄົງໃນລັດປາຣາ ຂອງບຣາຊິນ ລະບຸວ່າການໂຕນຄຸກທີ່ເຮືອນຄຸມຂັງຊານຕາອິຊາເບລ ໃກ້ເມືອງເບເລງ, ລັດປາຣາ ຄ້າຍຄືກັນກັບການສູ້ຮົບຂອງທະຫານ ແລະ ມີການໃຊ້ລະເບີດທຳລາຍກຳແພງ ລາຍງານເບື້ອງຕົ້ນລະບຸວ່າມີກຸ່ມຕິດອາວຸດສະຫນັບສະຫນູນໃນການພະຍາຍາມໂຕນຄຸກໃນຄັ້ງນີ້ ແລະ ນັກໂທດໃນຄຸກກໍມີອາວຸດອີກດ້ວຍ. ຜູ້ຮັກສາຄວາມປອດໄພພາຍໃນຄຸກໄດ້ພະຍາຍາມຄວບຄຸມສະຖານະການຢ່າງສຸດຂີດ ແຕ່ກໍບໍ່ພົ້ນເກີດມີການປະທະກັນຢ່າງດຸເດືອດ. ລາຍງານວ່ານັກໂທດ ແລະ ຄົນພາຍນອກເສຍຊີວິດ 20 ຄົນ ແລະ ອີກ 1 ຄົນ ແມ່ນຜູ້ຄຸມຂອງເຮືອນຄຸມຂັງ.

ນອກຈາກນີ້ຍັງມີຜູ້ຄຸມບາດເຈັບອີກຈຳນວນ 5 ຄົນ, ຫນື່ງໃນນັ້ນແມ່ນມີອາການສາຫັດ ລາຍງານລະບຸວ່າຕຳຫລວດເສີມກຳລັງຮັກສາຄວາມປອດໄພຢ່າງຫນາແຫນ້ນ ກວດຄົ້ນພົບເຫັນປຶນລູກຊອງຍາວ 2 ກະບອກ ແລະ ປີນພົກພາອີກ 5 ກະບອກໃນສະຖານທີ່ເກີດເຫດ.

ສະຖິຕິຂອງທາງການບຣາຊິນລະບຸວ່າ ນັບແຕ່ເດືອນມິຖຸນາ 2016 ມີນັກໂທດເປັນຈຳນວນ 726.712 ຄົນ ແຕ່ເຮືອນຄຸມຂັງສາມາດຮັບຮອງໄດ້ພຽງແຕ່ 368.000 ຄົນເທົ່ານັ້ນ. ນີ້ອາດເປັນອີກເຫດຫນື່ງທີ່ເຮັດໃຫ້ເກີດມີປະກົດການດັ່ງກ່າວເກີດຂື້ນ.

 

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...