Homeຂ່າວພາຍ​ໃນ5 ນັກແລ່ນ ຈາກລາວ ເດີນທາງຮ່ວມຊີງໄຊລະດັບສາກົນທີ່ ສິງກະໂປ ໂອເພັນ 2018

5 ນັກແລ່ນ ຈາກລາວ ເດີນທາງຮ່ວມຊີງໄຊລະດັບສາກົນທີ່ ສິງກະໂປ ໂອເພັນ 2018

Published on

ເມື່ອ​ບໍ່​ດົນ​ມາ​ນີ້ 5 ນັກແລ່ນທິມຊາດລາວ ນຳໂດຍ ນາງ ລົດແກ້ວ ອິນທະກຸມມານ, ທ້າວ ອານຸສອນ ໄຊສາ, ທ້າວ ອັກສອນສາດ ລາດສະວົງ, ທ້າວ ສີພາສຸກ ບົວວິໄລທອງ ແລະ ທ້າວ ສົມສະຫນຸກ ບົວວິໄລທອງ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນແລ່ນ-ລານລະດັບສາກົນ ລາຍການ ສິງກະໂປ ໂອເພັນ ຄັ້ງທີ 80 (80th Singapore Open Track & Field Championships 2018) ໃນວັນທີ 11-12 ເມສາ 2018 ນີ້ ທີ່ປະເທດສິງກະໂປ ໂດຍຈະຮ່ວມແຂ່ງຂັນ 9 ລາຍການຄື:

ນາງ ລົດແກ້ວ ອິນທະກຸມມານ ຈະລົງແຂ່ງລາຍການ 800 ແມັດ ແລະ 1500 ແມັດ

ທ້າວ ອານຸສອນ ໄຊສາ ຈະລົງແຂ່ງລາຍການ ແລ່ນຂ້າມຮົ້ວ 110 ແມັດ ແລະ ປະເພດທີມແລ່ນສົ່ງຕໍ່ໄມ້ 4×100 ແມັດ

ທ້າວ ອັກສອນສາດ ລາດສະວົງ ແລ່ນ 100 ແມັດ, 200 ແມັດ ແລະ ທິມແລ່ນສົ່ງຕໍ່ໄມ້ 4×100 ແມັດ

ທ້າວ ສີພາສຸກ ບົວວິໄລທອງ ແລ່ນ 100 ແມັດ, 200 ແມັດ ແລະ ທີມແລ່ນສົ່ງຕໍ່ໄມ້ 4×100 ແມັດ

ທ້າວ ສົມສະຫນຸກ ບົວວິໄລທອງ ແລ່ນຂ້າມຮົ້ວ 400 ແມັດ ແລະ ທີມຊາຍແລ່ນສົ່ງຕໍ່ໄມ້ 4×100 ແມັດ.

ການ​ແຂ່ງຂັນ​ຄັ້ງ​ນີ້ ຄາດວ່າຈະມີນັກກິລາເຂົ້າຮ່ວມຫລາຍພັນຄົນ, ຈາກຫລາຍປະເທດໃນທົ່ວໂລກ ຊີງ 36 ລາຍການ, ຍິງ 16 ລາຍການ, ຊາຍ 16 ລາຍການ.

 

ແຫລ່ງຂ່າວ : ຂ່າວກິລາ Lao National TV ແລະ muan.la

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...