spot_img
Homeຂ່າວຕ່າງປະເທດລັດຖະບານຣັດເຊຍ ລະບັບໂຄງການກໍ່ສ້າງທໍ່ສົ່ງແກັສ ຈາກຣັດເຊຍໄປຕວກກີແລ້ວ!

ລັດຖະບານຣັດເຊຍ ລະບັບໂຄງການກໍ່ສ້າງທໍ່ສົ່ງແກັສ ຈາກຣັດເຊຍໄປຕວກກີແລ້ວ!

Published on

EyWwB5WU57MYnKOuYBklB9EbRsBAqjhItxWn1ofgqYQrDB4x7JdrwE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ທັນວານີ້ວ່າ ທ່ານ ອະເລັກຊານເດີ ໂນວັກ ລັດຖະມົນຕີວ່າການ ກະຊວງພະລັງງານ ປະເທດຣັດເຊຍ ໄດ້ເປີດເຜີຍວ່າ ຣັດເຊຍໄດ້ລະງັບ ການເຈລະຈາລະຫວ່າງ ຄະນະກຳມະການລັດຖະບານ ດ້ານການຮ່ວມມືການຄ້າ ແລະ ເສດຖະກິດຂອງຣັດເຊຍ ແລະ ຕວກກີ ຕໍ່ກັບໂຄງການ ສ້າງທໍ່ສົ່ງແກັສ ຊຶ່ງຢູ່ໃນຂັ້ນຕອນການວາງໂຄງຮ່າງແລ້ວ ອັນເປັນຜົນຈາກເຫດການ ຕວກກີຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ ແລະ ເປັນສ່ວນໜຶ່ງ ໃນມາດຕະການຂວ້ຳບາດ ທີ່ລັດຖະບານຣັດເຊຍ ກຳລັງໃຊ້ເພື່ອຕອບໂຕ້ ການກະທຳຂອງຕວກກີ.

ທັງນີ້ ໂຄງການກໍ່ສ້າງທໍ່ສົ່ງແກັສ ເປັນໜຶ່ງໃນໂຄງການຂະໜາດໃຫຍ່ ທີ່ລັດຖະບານຣັດເຊຍ ແລະ ຕວກກີ ມີຈຸດປະສົງໃນການສົ່ງແກັສທຳມະຊາດ ຈາກປະເທດຣັດເຊຍ ໄປຍັງປະເທດຕວກກີ ຜ່ານທາງທະເລດຳ ແລະ ຈະສົ່ງຕໍ່ໄປຍັງເອີຣົບຕອນໃຕ້.

NjpUs24nCQKx5e1D74racG25RGX2pbdhLZfsIyZNV9M
ທ່ານ ອະເລັກຊານເດີ ໂນວັກ ລັດຖະມົນຕີວ່າການ ກະຊວງພະລັງງານຣັດເຊຍ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...