ເວັບໄຊ airlivenet ເປີດເຜີຍວ່າໃນວັນທີ 9 ພຶດສະພາ 2016 ນີ້: ເກີດເຫດຕົກໃຈຈົນຫົວໃຈເກືອບວາຍ ເມື່ອເຮືອບິນໂດຍສານຂອງສາຍການບິນສິງກະໂປແອຣລາຍຖ້ຽວບິນເອສຄີວ 16 ໂຊລ-ຊານຟຣານຊິສໂກໄດ້ຮັບຄໍາສັ່ງສຸກເສີນຈາກຫໍຄອຍຄວບຄຸມການບິນໃນສະໜາມບິນນະຄອນໂຊລ ສ.ເກົາຫລີໃຫ້ຢຸດເຮືອບິນກະທັນຫັນ ຂະນະທີ່ກໍາລັງແລ່ນຂຶ້ນສູ່ທ້ອງຟ້າ ເນື່ອງຈາກວ່າມີເຮືອບິນໂດຍສານແອຣບັສເອ 330-200 ຂອງສາຍການບິນໂຄຣຽນແອຣຖ້ຽວບິນເຄອີ 929 ພວມອ່ວາຍຫົວປັກລົງສະໜາມບິນດັ່ງກ່າວ ເຊິ່ງເປັນຊ່ອງທາງລົງດຽວກັນ ສົ່ງຜົນເຮັດໃຫ້ເຮືອບິນສິງກະໂປແອຣລາຍຕີນແຕກ ແຕ່ຍັງໂຊກບໍ່ມີໃຜໄດ້ຮັບບາດເຈັບ ແລະ ເປັນເຫດການລອດຕາຍອີກເຫດການໜຶ່ງ.
ໂດຍ:ສອດສ່ອງ
ຂ່າວຈາກ: ສຳນັກຂ່າວສານປະເທດລາວ