spot_img
Homeຂ່າວພາຍ​ໃນຣີໂອເກມ ຫວານສະທ້ານໂລກ ນັກກີລາຈີນຂໍແຕ່ງງານຂ້າງສະລອຍນ້ຳໃນເວລາຖ່າຍທອດສົດ

ຣີໂອເກມ ຫວານສະທ້ານໂລກ ນັກກີລາຈີນຂໍແຕ່ງງານຂ້າງສະລອຍນ້ຳໃນເວລາຖ່າຍທອດສົດ

Published on

ເກີດເປັນເລື່ອງລາວປະທັບໃຈຂຶ້ນອີກຄູ່ ກາງສະໜາມມະຫາກຳ ກີລາ ໂອລິມປິກເກມ 2016 ຫຼັງຈາກທີ່ຄູ່ຮັກຄູ່ທຳອິດເປັນຄູ່ຂອງນັກກີລາຣັກບີ້ທີມຊາດ ບຣາຊິນ ເຊິ່ງມີການເຮັດເຊີໄພຣ໌ຂໍແຕ່ງງານກັນເມື່ອວັນທີ 10 ສິງຫາ ທີ່ຜ່ານມາ

ຫຼ້າສຸດ ເມື່ອວັນທີ 14 ສິງຫາ ໄດ້ເກີດເລື່ອງລາວຫວານຊື່ນອີກຄັ້ງ ໃນການແຂ່ງຂັນກະໂດດນ້ຳຍິງໂອລິມປິກ ຫຼັງປະກາດຜົນການແຂ່ງຂັນລາຍການສະປຣິງບຣອດ 3 ແມັດ ໂດຍ He Zi  ນັກກີລາລອຍນ້ຳສາວ ຈາກປະເທດຈີນພົບກັບ Qin Kai ນັກກີລາກະໂດດນ້ຳຊາຍ ຊິງໂຄຣໄນຊ໌ສະປຣິງບຣອດ ຈາກປະເທດດຽວກັນ ທີ່ຫາກໍ່ຄ້ວາຫຼຽນທອງມາຄອງ ໄດ້ຄຸກເຂົ່າຂອງແຕ່ງງງານກັບສາວ He Zi  ໃນເວລາທີ່ນາງຂຶ້ນຮັບຫຼຽນໂອລິມປິກ ຕໍ່ໜ້າຜູ້ຊົມນັບພັນ ເຮັດໃຫ້ຝ່າຍຍິງຊຶ້ງຈົນນ້ຳຕາໄຫລ ກ່ອນຈະຕອບຮັບຕົກລົງແຕ່ງງານ ຮຽກສຽງເຮສະນັ່ນທັງສະໜາມກັນເລີຍກໍ່ວ່າໄດ້

132

https://youtu.be/aJ6VlFMXPNg

 

 

ທີ່ມາ:​ http://www.news-lifestyle.com/contents/155388/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...