ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ

0
587

ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ວັນທີ 29 ທັນວາ 2023 ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າມີການຂົນ, ຂ່ຽນຖ່າຍເຄື່ອງຂອງຈາກລົດບັນທຸກ 22 ລໍ້ ໃສ່ລົດກະບະ ແຕ່ເຊົ້າມືດທີ່ສົງໃສວ່າມີການລະເມີດລະບຽບການ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ 2 ເຂດບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງກວດ ພົບເຫັນມີສິນຄ້າເທິງລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ເປັນຜະລິດຕະພັນຊີ້ນແຊ່ແຂງ ປະກອບມີຊີ້ນງົວ, ຂາໝູ ແລະ ຕີນໄກ່ ບໍ່ມີເອກະສານຕິດຕາມສິນຄ້າ, ທາງຄະນະເຈົ້າໜ້າທີ່ ຈຶ່ງຢຶດສິນຄ້າໄວ້ຊົ່ວຄາວ ແລ້ວນໍາສິນຄ້າໄປໄວ້ສາງເຢັນ ແລະ ກວດນັບຕົວຈິງ ປະກອບມີ:

1. ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold 500 ກິໂລກຣາມ, ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ນ້ຳໜັກ 1.700 ກິໂລກຣາມ, ຊີ້ນງົວ ກາ Green Bull ນ້ຳໜັກ 100 ກິໂລກຣາມ, ຂາໝູ ຜະລິດຕະພັນຈາກ ປະເທດເບຊິນ ນ້ຳໜັກ 459 ກິໂລກຣາມ ແລະ ຕີນໄກ່ ຜະລິດຕະພັນ CP ຈາກປະເທດຫວຽດນາມ ນ້ຳໜັກ 8.925 ກິໂລກຣາມ ສິນຄ້າລວມທັງໝົດມີ 730 ແກັດ ນ້ຳໜັກລວມ 11.684 ກິໂລກຣາມ (ຕາມສິ່ງຫຸ້ມຫໍ່) ຍັງບໍ່ໄດ້ປະເມີນມູນຄ່າ.

ສະນັ້ນ, ຄະນະເຈົ້າໜ້າທີ່ກວດກາການຄ້າ ຈຶ່ງໄດ້ຢຶດສິນຄ້າຈຳນວນດັ່ງກ່າວໄວ້ຊົ່ວຄາວ ໂດຍໄດ້ນຳໄປຝາກໄວ້ທີ່ສາງເຢັນ ແລະ ໄດ້ເຮັດບົດບັນທຶກກວດກາກັບຜູ້ຮັບເໝົາຂົນສົ່ງເຄື່ອງດັ່ງກ່າວ ພ້ອມທັງລະບຸໃຫ້ຂຶ້ນມາແກ້ໄຂຄະດີ ຕາມລະບຽບການພາຍໃນ 3 ວັນລັດຖະການ ນັບແຕ່ມື້ລົງກວດກາເປັນຕົ້ນໄປ.