spot_img
Homeຂ່າວຕ່າງປະເທດດ່ວນ! ຜູ້ນຳຝ່າຍຄ້ານເກົາຫຼີໃຕ້ ຖືກແທງໃນຂະນະທີ່ຖະແຫຼງຂ່າວ

ດ່ວນ! ຜູ້ນຳຝ່າຍຄ້ານເກົາຫຼີໃຕ້ ຖືກແທງໃນຂະນະທີ່ຖະແຫຼງຂ່າວ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 2 ມັງກອນ 2024 ນີ້ວ່າ, ທ່ານ ອີແຈ-ມະຍອງ ຜູ້ນຳຝ່າຍຄ້ານທາງການເມືອງເກົາຫຼີໃຕ້ ຖືກແທງຄໍທາງດ້ານຊ້າຍໃນຂະນະທີ່ຖະແຫຼງຂ່າວ ທີ່ປູຊານທາງຕອນໃຕ້, ຜູ້ນຳຝ່າຍຄ້ານເກົາຫຼີໃຕ້ ຍັງມີສະຕິຢູ່ ກ່ອນຖືກສົ່ງຕົວໄປໂຮງໝໍປະມານ 20 ນາທີຫຼັງຈາກຄົນຮ້າຍລົງມືກໍ່ເຫດ.

ປັດຈຸບັນ ທ່ານ ອີ ບໍ່ໄດ້ເປັນສະມາຊິກສະພານິຕິບັນຍັດຂອງເກົາຫຼີໃຕ້ ແຕ່ໄດ້ຮັບການຄາດຫວັງຢ່າງກວ້າງຂວາງວ່າ: ຈະລົງສະມັກຮັບຕຳແໜ່ງ ໃນການເລືອນຕັ້ງທົ່ວໄປຄັ້ງຕໍ່ໄປ ເຊິ່ງຈະຈັດຂຶ້ນໃນເດືອນເມສາ ປີ 2024.

ສຳລັບ ທ່ານ ອີ ແພ້ການເລືອກຕັ້ງປະທານາທິບໍດີໃນປີ 2022 ດ້ວຍຄະແນນສຽງຕ່າງກັນ 0.73% ຈາກທ່ານ ຍຸນ ຊຸກຍໍ ປະທານາທິບໍດີຄົນປະຈຸບັນ ຖືເປັນການແຂ່ງຂັນຊິງຕຳແໜ່ງປະທານາທິບໍດີທີ່ໃກ້ຄຽງທີ່ສຸດໃນປະຫວັດສາດເກົາຫຼີໃຕ້.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...