spot_img
Homeຂ່າວຕ່າງປະເທດພູເຂົາໄຟ ກຸມເບ ບິເອຂາ ທີ່ຢູ່ເກາະ ລາປັນມາ ປະເທດສະເປນ ມີການປະທຸຕັ້ງແຕ່ເດືອນກັນຍາທີ່ຜ່ານມາ

ພູເຂົາໄຟ ກຸມເບ ບິເອຂາ ທີ່ຢູ່ເກາະ ລາປັນມາ ປະເທດສະເປນ ມີການປະທຸຕັ້ງແຕ່ເດືອນກັນຍາທີ່ຜ່ານມາ

Published on

ໃນວັນທີ 13 ທັນວາ 2021 ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ພູເຂົາໄຟ ກຸມເບ ບິເອຂາ ທີ່ຢູ່ເກາະ ລາປັນມາ ປະເທດສະເປນ ເຊິ່ງມີການປະທຸຕັ້ງແຕ່ເດືອນກັນຍາທີ່ຜ່ານມາ.

ເຖິງແມ່ນວ່າຈະຜ່ານມາ 85 ມື້ແລ້ວ ແຕ່ລາວາຂອງພູເຂົາໄຟກໍຍັງມີການໄຫຼອອກມາຕະຫຼອດ ແລະ ຍັງບໍ່ມີທ່າທີຈະເຊົາໄຫຼ ແລະ ຖືໄດ້ວ່າເປັນການລະເບີດຂອງພູເຂົາໄຟທີ່ດົນນານທີ່ສຸດໃນປະຫວັດສາດຂອງເກາະລາປັນມາອີກດ້ວຍ.

ທ່ານ ມາຣິອາໂນ ເອີນັນເດດ ເຈົ້າໜ້າທີ່ລັດຖະບານລະດັບສູງຂອງເກາະລາປັນມາ ໄດ້ກ່າວວ່າກ່ອນໜ້ານີ້ຜູ້ຊ່ຽວຊານດ້ານພູເຂົາໄຟຂອງສະເປນໄດ້ວິເຄາະວ່າການປະທຸຂອງພູເຂົາໄຟກິນເວລາປະມານ 3 ເດືອນ ແຕ່ກໍຍັງບໍ່ໄດ້ຊີ້ແຈງໄດ້ຢ່າງຊັດເຈນວ່າຈະເຊົາປະທຸຕອນໃດ ແລະ ນອກຈາກນັ້ນຍັງພົບແຜ່ນດິນໄຫວເຖິງ 24 ຄັ້ງ ແຕ່ກໍບໍ່ຮຸນແຮງ.

ສໍາລັບຄວາມເສຍຫາຍຈາກການລະເບີດຂອງພູເຂົາໄຟໃນຊ່ວງເກືອບ 3 ເດືອນທີ່ຜ່ານມາ ມີອາຄານບ້ານເຮືອນຫຼາຍກວ່າ 3,000 ຫຼັງໄດ້ຮັບຄວາມເສຍຫາຍ ປະຊາຊົນປະມານ 7,000 ກວ່າຄົນຕ້ອງໄດ້ອົບພະຍົບອອກຈາກພື້ນທີ່ດັ່ງກ່າວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...