spot_img
Homeຂ່າວຕ່າງປະເທດພາ​ຍຸ​ເຂດ​ຮ້ອນ ຖະ​ຫລົ່ມ​ເກາະ​ມາ​ດາ​ກັດ​ສະ​ກາ ຕາຍ​ຢ່າງ​ໜ້ອຍ 14 ຄົນ ປະ​ຊາ​ຊົນ 3 ໝື່ນ​ກ່​ວາ​ຄົນ ໄຮ້​ທີ່​ຢູ່​ອາ​ໄສ

ພາ​ຍຸ​ເຂດ​ຮ້ອນ ຖະ​ຫລົ່ມ​ເກາະ​ມາ​ດາ​ກັດ​ສະ​ກາ ຕາຍ​ຢ່າງ​ໜ້ອຍ 14 ຄົນ ປະ​ຊາ​ຊົນ 3 ໝື່ນ​ກ່​ວາ​ຄົນ ໄຮ້​ທີ່​ຢູ່​ອາ​ໄສ

Published on

558000000739702

ທາງ​ການ​ມາ​ດາ​ກັດ​ສະ​ກາ ກຽມ​ບ່ອນ​ພັກ​ຊ່ວຍ​ເຫລືອ​ພົນ​ລະ​ເມືອງ ທີ່​ສ່ຽງ​ຈາກ​ການ​ປະ​ສົບ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດຮຸນ​ແຮງ ຫລັງ​ພາ​ຍຸ​ເຊດ​ດ້າຖະ​ຫລົ່ມ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ມັງ​ກອນ​ນີ້​ວ່າ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ເທິງ​ເກາະ​ມາ​ດາ​ກັດ​ສະ​ກາ ເສຍ​ຊີ​ວິດ​ແລ້ວ​ຢ່າງ​ໜ້ອຍ 14 ຄົນ ຫລັງ​ຈາກ​ພາ​ຍຸ​ເຂດ​ຮ້ອນ​ເຊດ​ດ້າ ພັດ​ຖະ​ຫລົ່ມ​ເຂົ້າ​ຢ່າງ​ໜັກ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ໂດຍ​ສຳ​ນັກ​ເຕືອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ມາ​ດາ​ກັດ​ສະ​ກາ ໄດ້​ຖະ​ແຫລງ​ໃນ​ວັນ​ທີ 19 ຜ່ານ​ມາ​ນີ້​ວ່າ ປະ​ຊາ​ຊົນ​ກ່​ວາ 36,000 ຄົນ ກຳ​ລັງ​ໄຮ້​ທີ່​ຢູ່​ອາ​ໄສ ເນື່ອງ​ຈາກ​ປະ​ສົບ​ໄພ​ພາ​ຍຸ​ເຊດ​ດ້າ.

ແນວ​ໃດ​ກໍ​ຕາມ ປັດ​ຈຸ​ບັນ​ທາງ​ການ​ໄດ້​ກະ​ກຽມ​ຈັດ​ຕັ້ງ​ສູນ​ອົບ​ພະ​ຍົບ​ຊົ່ວ​ຄາວ​ໃນ​ໂຮງ​ຮຽນ ແລະ ພື້ນ​ທີ່​ສາ​ທາ​ລະ​ນະ​ອື່ນໆ ເພື່ອ​ຮອງ​ຮັບ​ຈຳ​ນວນ​ປະ​ຊາ​ຊົນ​ທີ່​ພາ​ກັນ​ອົບ​ພະ​ຍົບ​ໜີ​ຄວາມ​ເດືອດ​ຮ້ອນ ຈາກ​ການ​ຂາດ​ແຄນ​ທີ່​ພັກ​ອາ​ໄສ.

Tropical Cyclone Chedza hits Madagascar

558000000739704

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...