spot_img
Homeຂ່າວພາຍ​ໃນຜູ້ຕິດເຊື້ອພະຍາດໝາກສຸກລີງ ເສຍຊີວິດກໍລະນີທຳອິດຂອງປະເທດຫວຽດນາມ

ຜູ້ຕິດເຊື້ອພະຍາດໝາກສຸກລີງ ເສຍຊີວິດກໍລະນີທຳອິດຂອງປະເທດຫວຽດນາມ

Published on

ພົບຄົນເຈັບທີ່ຕິດພະຍາດໝາກສຸກລີງ ເສຍຊີວິດເປັນກໍລະນີທຳອິດຂອງປະເທດຫວຽດນາມ ເປັນເພດຊາຍ ອາຍຸ 29 ປີ ຈາກແຂວງລອງອັນ ໂດຍຊາຍດັ່ງກ່າວໄດ້ຕິດເຊື້ອພະຍາດໝາກສຸກລີງ ແລະ ເຊື້ອ HIV ຫຼື ເອດ ໄລຍະສຸດທ້າຍ.

ຜູ້ປ່ວຍຄົນນີ້ ໄດ້ເຂົ້າຮັກສາຕົວຢູ່ໂຮງໝໍທີ່ນະຄອນໂຮຈີມິນ ໃນວັນທີ 2 ຕຸລາ 2023 ໂດຍມີອາການເປັນໄຂ້ ແລະ ເປັນຕຸ່ມ ລວມເຖິງຕິດເຊື້ອ Candida ແລະ ມີພາວະປອດອັກເສບ ເຊິ່ງຕໍ່ມາໄດ້ລາມຈົນເຮັດໃຫ້ຊັອກຈາກການຕິດເຊື້ອ ແລະ ອະໄວຍະວະສ່ວນຫຼາຍລົ້ມເຫຼວ.

ໃນລາຍງານຍັງລະບຸວ່າ ຜູ້ປ່ວຍເສຍຊີວິດພາຍຫຼັງຮັບການຮັກສາດ້ວຍເຄື່ອວຊ່ວຍຫາຍໃຈ ກອງເລືອດ ແລະ ຢາຕ້ານເຊື້ອເປັນເວລາ 18 ມື້.

ທັ້ງນີ້ ໃນຕົ້ນປີ 2023 ໃນໂຮຈີມິນ ພົບຜູ້ຕິດພະຍາດໝາກສຸກລີງຢ່າງໜ້ອຍ 20 ຄົນ ເຊິ່ງທັງໝົດຮັກສາຕົວຢູ່ໂຮງໝໍ ໂດຍ ຜູ້ປ່ວຍ 18 ຄົນ ໃນນັ້ນຊາຍ 17 ຄົນ ແລະ ຍິງ 1 ຄົນ ທີ່ຜົນກວດມີເຊື້ອ HIV ນຳ.

ແຫຼ່ງຂ່າວ Xinhua

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...