spot_img
Homeຂ່າວພາຍ​ໃນຜູ້ຕິດຢາເສບຕິດທີ່ຜ່ານການປິ່ນປົວມີ 40% ທີ່ກັບຄືນມາເສບອີກ

ຜູ້ຕິດຢາເສບຕິດທີ່ຜ່ານການປິ່ນປົວມີ 40% ທີ່ກັບຄືນມາເສບອີກ

Published on

ພັນຕີ ທະນົງສັກ ວົງໄກສອນ, ຮອງຫົວໜ້າສູນປິ່ນປົວ ແລະ ເຝິກອົບຮົມວິຊາຊີບຜູ້ຕິດຢາເສບຕິດ, ຫ້ອງຕໍາຫລວດ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໃຫ້ສໍາພາດຜ່ານລາຍການຂອງໂທລະພາບນະ ຄອນຫລວງວຽງຈັນ ເຊີ່ງເຜີຍແຜ່ໃນວັນທີ 2 ພຶດສະພາ 2023 ວ່າ: ປັດຈຸບັນ ມີຜູ້ຕິດຢາເສບຕິດທີ່ເຂົ້າໄປຮັບການປິ່ນປົວຢູ່ສູນປິ່ນປົວ ແລະ ເຝິກ ອົບຮົມວິຊາຊີບຜູ້ຕິດຢາເສບຕິດສົມສະງ່າ ຈໍານວນ 1.500 ກວ່າຄົນ. ໃນນີ້ ສ່ວນຫລາຍແມ່ນຊາວໜຸ່ມທີ່ໃຊ້ແຮງງານອາຍຸລະຫວ່າງ 20-35 ປີ ແລະ ມາຈາກຕ່າງແຂວງປະມານ 30-40%, ສ່ວນອາຍຸໜ້ອຍກວ່າໝູ່ແມ່ນ 12 ປີ ແລະ ອາຍຸສູງກວ່າໝູ່ແມ່ນ 67 ປີ.

ສໍາລັບຜູ້ທີ່ເຂົ້າມາປິ່ນປົວພາຍໃນສູນ, ນອກຈາກໄດ້ຮັບການປິ່ນປົວຕາມຫລັກການວິຊາສະເພາະຂອງເຈົ້າໜ້າທີ່ກ່ຽວຂ້ອງ ຍັງສາມາດເຝິກວິຊາຊີບໄດ້ໂດຍອີງຕາມຄວາມສະໝັກໃຈ ແລະ ທັກສະຂອງແຕ່ລະຄົນ, ເຊີ່ງມີຫລາຍສາຂາວິຊາຊີບ ເປັນຕົ້ນ: ຫັດຖະກໍາຈັກສານ, ການສ້ອມແປງໄຟຟ້າໃນຕຶກອາຄານ ແລະ ສ້ອມແປງເຄື່ອງເຢັນ. ນອກຈາກນີ້ ທາງສູນໄດ້ຮັບທຶນຊ່ວຍເຫລືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ ໃຫ້ເຝິກກ່ຽວກັບການເຮັດເຂົ້າໜົມລາວ. ນອກຈາກນີ້ ຍັງມີການແກະສະຫລັກ, ເຮັດດິນບ໊ອກ, ການປູກຝັງ-ລ້ຽງສັດ ແລະ ອື່ນໆ.

​ພັນຕີ ທະນົງສັກ ວົງໄກສອນ ໃຫ້ຮູ້ຕື່ມວ່າ: ການປິ່ນປົວຜູ້ຕິດຢາເສບຕິດພາຍໃນສູນ ແມ່ນໃຊ້ເວລາ 3-6 ເດືອນ, ເຊີ່ງໃນໄລຍະຜ່ານມາ, ຜູ້ທີ່ເຂົ້າມາປິ່ນປົວມີອາການດີຂຶ້ນຫລາຍ.

ຢ່າງໃດກໍຕາມ, ພາຍຫລັງປິ່ນປົວ ແລະ ໄດ້ກັບຄືນເມືອງເຮືອນຂອງຕົນເອງແລ້ວ ມີປະມານ 40% ຂອງຈໍານວນທີ່ອອກໄປກັບຄືນໄປເສບອີກ, ທັ້ງນີ້ອາດເກີດຈາກຫລາຍສາເຫດ ເປັນຕົ້ນ: ບໍ່ມີວຽກເຮັດງານທໍາ, ມີບັນຫາໃນຄອບຄົວ ແລະ ອື່ນໆ ເຮັດໃຫ້ຕ້ອງກັບຄືນມາປິ່ນປົວຢູ່ພາຍໃນສູນຕື່ມອີກ. ສ່ວນຂໍ້ຫຍຸ້ງຍາກພາຍໃນສູນທີ່ປະສົບຢູ່ໃນບັນຈຸບັນນີ້ ແມ່ນບັນຫາຕຶກອາຄານເພື່ອຮອງຮັບຜູ້ເຂົ້າມາປິ່ນປົວມີຈໍາກັດ, ແພດໝໍບໍ່ພຽງພໍ ແລະ ບັນຫາອື່ນໆ ຈໍານວນໜຶ່ງ.

ທີ່ມາ FM90 ລາຍງານ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...