spot_img
Homeຂ່າວທ້ອງຖິ່ນປ່ອຍຕົວນັກໂທດຄະດີຢາເສບຕິດ, ໂທດຄາດຕະກຳ, ໂທດປຸ້ນຊັບ, ໂທດຂົ່ມຂືນທຳສຳເລົາ ແລະ ໂທດລັກພາຕົວ

ປ່ອຍຕົວນັກໂທດຄະດີຢາເສບຕິດ, ໂທດຄາດຕະກຳ, ໂທດປຸ້ນຊັບ, ໂທດຂົ່ມຂືນທຳສຳເລົາ ແລະ ໂທດລັກພາຕົວ

Published on

ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດໃຫ້ເປັນອິດສະຫຼະພາບ ຈຳນວນ 53 ຄົນ, ເປັນຍິງ 12 ຄົນ, ໃນວັນທີ 8 ຕຸລາ 2018 ທີ່ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແຕ່ໄດ້ລະບຸເງື່ອນໄຂວ່າ: “ຖ້ານັກໂທດຄົນໃດໄດ້ກະທຳຜິດອີກ ຈະບວກໂທດທີ່ຍັງເຫຼືອໃສ່ກັບໂທດໃໝ່ ແລະ ຈະບໍ່ມີພິຈາລະນາເງື່ອນໄຂໃດໆ”.

ອົງການໄອຍະການ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງວ່າ: “ນັກໂທດທີ່ຖືກຕັດສິນປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂຄັ້ງນີ້, ມີຈຳນວນ 53 ຄົນ, ຍິງ 12 ຄົນ ເຊິ່ງເປັນຜູ້ທີ່ມີຄວາມຫ້າວຫັນໃນການຫຼໍ່ຫຼອມຕົນເອງ, ມີການປ່ຽນແປງດ້ານການກະທຳ ແລະ ທັດສະນະແນວຄິດ; ເຄົາລົບ ແລະ ປະຕິບັດລະບຽບ-ກົດໝາຍຂອງຄ້າຍຄຸມຂັງ ທັງໄດ້ດັດສ້າງຕົນຢ່າງເຂັ້ມງວດ ຈົນກາຍເປັນຄົນດຸໝັ່ນ ແລະ ເປັນແແບບຢ່າງໃນການອອກແຮງງານ, ພ້ອມນັ້ນ, ກໍຍັງໄດ້ປະຕິບັດໂທດມາແລ້ວສອງສ່ວນສາມຂອງໂທດທັງໝົດ. ບັນດານັກໂທດເຫຼົ່ານີ້, ເປັນຜູ້ສຳນຶກໃນກະທຳຜິດ ແລະ ບໍ່ແມ່ນຜູ້ຖືລົງໂທດປະຫານຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບແຕ່ຢ່າງໃດ”.

“ນັກໂທດ ຈຳນວນ 53 ຄົນ ໃນນັ້ນລວມມີໂທດຄະດີຢາເສບຕິດ 48 ຄົນ, ໂທດຄາດຕະກຳ 1 ຄົນ, ໂທດປຸ້ນຊັບ 1 ຄົນ, ໂທດຂົ່ມຂືນທຳສຳເລົາ 1 ຄົນ ແລະ ໂທດລັກພາຕົວ 1 ຄົນ. ການປ່ອຍຕົວໃນຄັ້ງນີ້, ຍັງໄດ້ລະບຸວ່າ: “ຖ້າຫາກນັກໂທດຄົນໃດຫາກໄປກະທຳຜິດອີກ ໂທດທີ່ຍັງເຫຼືອກໍຈະບວກໃສ່ໂທດໃໝ່ ແລະ ຈະບໍ່ພິຈາລະນາເງື່ອນໄຂໃດໆ”.

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ

ຮູບພາບຈາກ: https://www.google.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...