spot_img
Homeຂ່າວຕ່າງປະເທດປິດທະວີບໜີໂຄວິດ-19! ເອີຣົບປະກາດຫ້າມຄົນຕ່າງຊາດເຂົ້າທະວີບ 30 ວັນ

ປິດທະວີບໜີໂຄວິດ-19! ເອີຣົບປະກາດຫ້າມຄົນຕ່າງຊາດເຂົ້າທະວີບ 30 ວັນ

Published on

ໃນວັນທີ 17 ມີນາ 2020 ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະພາບເອີຣົບປະກາດຫ້າມໃຫ້ຊາວຕ່າງຊາດນອກທະວີບທີ່ບໍ່ມີຄວາມຈຳເປັນ ເດີນທາງເຂົ້າທະວີບເອີຣົບເປັນເວລາ 30 ວັນ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັດໂຄວິດ-19 ທີ່ກຳລັງຂະຫຍາຍຕົວເປັນວົງກວ້າງໃນເອີຣົບຕອນນີ້.

ທັງນີ້, ອົວຊູລາ ຟອນ ແດຣ໌ ໄລເອິນ ປະທານຄະນະກຳມະທິການເອີຣົບ ຖະແຫຼງການວ່າ ເປັນເລື່ອງທີ່ບໍ່ເຄີຍຄາດຄິດມາກ່ອນວ່າຈະເກີດເລື່ອງແບບນີ້ຂຶ້ນ ແຕ່ມີຄວາມຈຳເປັນຢ່າງຍິ່ງທີ່ຕ້ອງປະກາດໃຫ້ຍົກເລີກການເດີນທາງເຂົ້າມາທີ່ເອີຣົບ ເພື່ອຫຼຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19.

ເຖິງຈະມີການປະກາດຫ້າມໃຫ້ຄົນນອກທະວີບເຂົ້າ ແຕ່ກໍ່ຍັງກໍລະນີພິເສດ ເພາະຍັງອະນຸຍາດໃຫ້ເຈົ້າໜ້າທີ່, ບຸກຄະລາກອນທາງການແພດ ແລະ ຜູ້ທີ່ອາໄສຢ່າງຖືກຕ້ອງຕາມກົດໝາຍໃນສະຫະພາບເອີຣົບເທົ່ານັ້ນທີ່ສາມາດເດີນທາງເຂົ້າມາໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...