ປະເທດຈີນກຽມສົ່ງວັກຊີນໃຫ້ກັບອາຟຣິກາເພີ່ມອີກ 1,000 ລ້ານໂດສ

ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ທ່ານ ສີ ຈິ້ນຜິງ ປະທານາທິບໍຂອງຈີນປະກາດຈະສົ່ງມອບວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະເທດຕ່າງໆໃນອາຟຣິກາ ເພີ່ມອີກ 1,000 ລ້ານໂດສ ພ້ອມເຊີນຊວນໃຫ້ພາກທຸລະກິດຂອງຈີນໃຫ້ລົງທຶນໃນທະວີບອາຟຣິກາບໍ່ຕໍ່າກວ່າ 10,000 ລ້ານດອລລ້າ ພາຍໃນໄລຍະເວລາອີກ 3 ປີຂ້າງໜ້າ.

ຈີນໄດ້ສົ່ງມອບວັກຊີນເກືອບ 200 ລ້ານໂດສໃຫ້ກັບກຸ່ມປະເທດອາຟຣິກາ ເຊິ່ງມີອັດຕາການສັກວັກຊີນຕໍ່າກວ່າບ່ອນອື່ນໆ ແລະ ທ່າມກາງຄວາມກັງວົນກ່ຽວກັບການລະບາດຂອງໂຄວິດ-19 ສາຍພັນ “ໂອໄມຄອນ” ທີ່ລະບາດໃນອາຟຣິກາໃຕ້.

ໃນວັນທີ 29 ພະຈິກ 2021 ທີ່ຜ່ານມາໄດ້ມີການເປີດກອງປະຊຸມການຮ່ວມມືຈີນ-ອາຟຣິກາ ໂດຍລັດຖະບານຈີນໄດ້ລະບຸວ່າຈະສົ່ງວັກຊີນ 600 ລ້ານໂດສ ໃຫ້ແກ່ອາຟຣິກາໃນຮູບແບບຂອງການບໍລິຈາກ ສ່ວນທີ່ເຫຼືອອີກ 400 ລ້ານໂດສ ຈະເປັນການໃຫ້ໃນຮູບແບບການຮ່ວມການຜະລິດລະຫວ່າງບໍລິສັດຈີນກັບກຸ່ມປະເທດໃນອາຟຣິກາ.

ນອກຈາກນັ້ນ, ຈີນຍັງມີແຜນທີ່ຈະເລີ່ມສ້າງໂຄງການສົ່ງເສີມສຸຂະພາບອີກ 10 ໂຄງການໃນອາຟຣິກາໃຕ້ ແລະ ຈະສົ່ງຜູ້ຊ່ຽວຊານທາງດ້ານສຸຂະພາບອີກ 1,500 ຄົນໄປປະຕິບັດໜ້າທີ່.