spot_img
Homeຂ່າວພາຍ​ໃນປະກາດຫາເຈົ້າຂອງລົດຈັກທີ່ຖືກລັກໄປ 42 ຄັນ

ປະກາດຫາເຈົ້າຂອງລົດຈັກທີ່ຖືກລັກໄປ 42 ຄັນ

Published on

ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ແຈ້ງການປະຊາສຳພັນ ເມື່ອບໍ່ດົນມານີ້ ເຖິງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ ປະຊາຊົນ, ເວົ້າສະເພາະ ຜູ້ຖືກເສຍຫາຍເປັນເຈົ້າຂອງລົດຈັກທີ່ຖືກລັກໃນໄລຍະຜ່ານມາ, ມາຮອດປະຈຸບັນ ການດຳເນີນຄະດີ, ການເກັບກູ້ເຄື່ອງຂອງກາງຂອງກອງບັນຊາການ ປກສ ເມືອງສີສັດຕະນາກໄດ້ເກັບກູ້ເຄື່ອງຂອງກາງປະເພດລົດຈັກມາໄດ້ ຈຳນວນທັງໝົດ 42 ຄັນ ແຕ່ຍັງບໍ່ທັນມີເຈົ້າຂອງມາສະແດງເອກະສານຫຼັກຖານ ຮັບເອົາລົດຂອງຕົນເທື່ອ ຈຶ່ງຂໍແຈ້ງມາຍັງຜູ້ຖືກເສຍຫາຍ ປະເພດລົດຈັກ ໃຫ້ນຳເອົາເອກະສານທີ່ກ່ຽວຂ້ອງ ເຂົ້າມາພົວພັນຮັບເອົາລົດຂອງຕົນ ນັບແຕ່ວັນທີ 5 ກໍລະກົດ 2022 ເຖິງວັນທີ 05 ສິງຫາ 2022 ຢູ່ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ໃນເວລາໂມງລັດຖະການ.

ຂໍ້ມູນຈາກ Vientiane Mai

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...