spot_img
Homeຂ່າວທ້ອງຖິ່ນປກສ ແຂວງບໍ່ແກ້ວ ຄັດເລືອກເອົາກໍາລັງທົດແທນ ປະຈໍາປີ 2016

ປກສ ແຂວງບໍ່ແກ້ວ ຄັດເລືອກເອົາກໍາລັງທົດແທນ ປະຈໍາປີ 2016

Published on

ຂປລ. ກອງບັນຊາການ ປກສ ແຂວງບໍ່ແກ້ວ ເປີດຮັບກໍາລັງທົດແທນຊຸດໃໝ່ ປະຈໍາປີ 2016 ໃນວັນທີ 11 ກໍລະກົດ 2016 ​ໂດຍມີ ທ່ານ ສຸກສະຫວັນ ສີອໍາຄາ ຫົວໜ້າພະແນກບໍລິຫານສັງລວມ ກົມຈັດຕັ້ງພະນັກງານ ປກສ ພ້ອມດ້ວຍຄະນະອະນຸກຳມະການເຊິ່ງມີຜູ້ເຂົ້າຮ່ວມຄັດເລືອກທັງໝົດ 35 ສະ ຫາຍ, ຍິງ 9 ສະຫາຍ, ເຊິ່ງຈະໄດ້ຄັດເລືອກເອົາ 19 ສະຫາຍ.

ສຳລັບຂັ້ນຕອນໃນການຄັດເລືອກ ແມ່ນໄດ້ຊັ່ງນ້ຳໜັກ, ວັດແທກລວງສູງ ແລະ ວັດແທກສາຍຕາ ຊັ່ງນໍ້າໜັກມາດຖານ ເພດຊາຍແມ່ນ 55 ກິໂລຂຶ້ນໄປ, ລວງສູງ 160 ຊັງຕີແມັດຂຶ້ນໄປ; ກວດກາສຸຂະພາບຫູ, ຕາ, ດັງ, ຄໍ ແລະ ຜີວໜັງ, ກວດປັດສະວະ ແລະ ສານເສບຕິດ, ກວດກາເອກະສານ, ຊີວະປະຫວັດ ແລະ ສໍາພາດປາກເປົ່າ ຕາມຂັ້ນຕອນ. ເພື່ອໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ຖືກຕ້ອງຕາມຂໍ້ກໍານົດ ມາດຖານເງື່ອນໄຂ ໃຫ້ໄດ້ກໍາລັງທີດີບໍ່ເສບສານເສບຕິດ, ບໍ່ມີຄະດີຕິດຕົວ ແລະ ຕ້ອງເປັນຜູ້ທີ່ມີຄວາມຮູ້ທາງດ້ານ ວິຊາສະເພາະທີ່ແນ່ນອນ, ມີຄຸນທາດທາງດ້ານການເມືອງ-ແນວຄິດໜັກແໜ້ນ, ຊື່ສັດບໍລິສຸດ ຢຶດໝັ້ນຕໍ່ແນວທາງ ການຊີ້ນໍາ-ນໍາພາຂອງພັກ-ລັດ ແລະ ສິ່ງສໍາຄັນທີ່ສຸດຕ້ອງ ແມ່ນຜູ້ທີ່ມີຈິດໃຈຮັກ ໃນອາຊີບຕໍາຫລວດຢ່າງແທ້ຈິງ.

 

ຂປລ

ແຫລ່ງຂ່າວ:

 
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...