spot_img
Homeຂ່າວພາຍ​ໃນປກສ ເມືອງວິລະບູລີ ສາມາດກວດຍຶດແຮ່ຫີນຂຽວໄດ້ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ

ປກສ ເມືອງວິລະບູລີ ສາມາດກວດຍຶດແຮ່ຫີນຂຽວໄດ້ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ

Published on

ໃນຄັ້ງວັນທີ 23 ພຶດສະພາ 2023  ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນຄັ້ງວັນທີ 16 ພຶດສະພາ 2023 ເວລາ ປະມານ 4:20 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຮັບຂໍ້ມູນແຫຼ່ງຂ່າວຈາກພົນລະເມືອງດີວ່າ ຢູ່ໃນຂອບເຂດດິນຂອງປະຊາຊົນ ບ້ານໂນນສົມບູນ (ໃກ້ກັບເຂດສຳປະທານພູແທ່ງຄຳ 24) ແມ່ນໄດ້ມີກຸ່ມປະຊາຊົນຂອງເມືອງ ວິລະບູລີ ຈໍານວນໜຶ່ງ, ໄດ້ມີການເຄື່ອນໄຫວລັກລອບເອົາແຮ່ທອງ ມາຊຸກເຊື່ອງ ແລະ ທ້ອນໂຮມໄວ້ຢູ່ສວນດັ່ງກ່າວເປັນຈຳນວນຫຼາຍ.

ຈາກນັ້ນພໍຕົກມາເຖິງເວລາປະມານ 5 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ເພື່ອສະແດງຕົວເຂົ້າທຳການເລີກຮື້ ແລະ ສະກັດກັ້ນຕໍ່ສະພາບດັ່ງກ່າວ, ເມື່ອຜ່ານການເລີກຮື້ ແລະ ສະກັດກັ້ນ ຈຶ່ງສາມາດກັກຕົວຜູ້ກະທຳຜິດໃນສະຖານທີ່ດັ່ງກ່າວ ໄດ້ຈຳນວນ 4 ຄົນ ຍິງ 1 ຄົນ, ຍຶດອາຍັດເຄື່ອງຂອງກາງປະເພດ ແຮ່ທອງ ໄດ້ຈໍານວນ 41 ໂຕນ, ລົດກະບະຍີ່ຫໍ້ ໂຕໂຢຕ້າ ວີໂກ້ ສີປອນທອງ ບໍ່ຕິດປ້າຍທະບຽນ ໄດ້ຈໍານວນ 1 ຄັນ, ລົດຈັກດັດແປງສະພາບ (ລົດຕະແກ໋ງ) ຈຳນວນ 03 ຄັນ ແລະ ເຄື່ອງມືໃຊ້ສື່ສານປະເພດ ໂຟ້ນີ ຈຳນວນ 3 ໜ່ວຍ, ຂຶ້ນມາໄວ້ທີ່ ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນ ຜູ້ກະທໍາຜິດທັງ 4 ຄົນ ຈຶ່ງຮູ້ໄດ້ວ່າ ພວກກ່ຽວແມ່ນເປັນປະຊາຊົນ ບ້ານໂນນສົມບູນ ຈໍານວນ 3 ຄົນ ແລະ ບ້ານປະດົງ 1 ຄົນ (ເພດຍິງ) ສ່ວນສາເຫດ ແລະ ແຮງຈູງໃຈ ທີ່ເຮັດໃຫ້ພວກກ່ຽວທັງ 4 ຄົນ ເຂົ້າຮ່ວມໃນການເຄື່ອນໄຫວກະທຳຜິດໃນຄັ້ງນີ້ ແມ່ນຍ້ອນເກີດຈາກຄວາມຂາດເຂີນທາງດ້ານເສດຖະກິດຄອບຄົວ ຈຶ່ງໄດ້ເຂົ້າມາເຄື່ອນໄຫວຮັບຈ້າງລາກແກ່ເຄື່ອນຍ້າຍ, ຊຸກເຊື່ອງ ທ້ອນໂຮມແຮ່ທອງປະເພດດັ່ງກ່າວ ຕາມການຈ້າງວານຂອງຜູ້ເກັບຊື້ ໃນລາຄາຖ້ຽວລະ 50.000 ກີບ; ສ່ວນເຈົ້າຂອງລົດກະບະຍີ່ຫໍ້ ໂຕໂຍຕ້າ ວີໂກ້ ສີປອນທອງ (ທີ່ເປັນຜູ້ມາເກັບຊື້) ແລະ ເຈົ້າຂອງເຄື່ອງຂອງກາງດັ່ງກ່າວ ແລະ ຜູ້ອື່ນໆ ທີ່ໄດ້ເອົາຕົວຫຼົບໜີຈາກການຈັບກຸມໃນຄັ້ງນີ້ ທາງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ວິລະບູລີ ຂອງພວກເຮົາ ແມ່ນຈະໄດ້ເລັ່ງສຸມໃສ່ໃນການຕິດຕາມ ແລະ ໄປນຳຕົວພວກກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ແຫຼ່ງຂ່າວຈາກ ຊ່ອງຂ່າວເມືອງວິລະບູລີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...