ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ສົ່ງເສີມການພັດທະນາວົງການກິລາເຕະບານບ້ານເຮົາ

ໃນຕອນບ່າຍຂອງວັນທີ 21/4/2016 ທີ່ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ ຊັ້ນ 3 ໄດ້ມີພິທີເຊັນສັນຍາການໃຫ້ອຸປະຖໍາການແຂ່ງຂັນບານເຕະລາວພຣີເມຍລີກ 2016 ລະຫວ່າງ ສຕລ ແລະ ບໍລິສັດ ເບຍລາວ ຈໍາກັດ

ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະໜັບສະໜູນ ລາຍການແຂ່ງຂັນ ເຕະບານ ລາວ ພຣີເມຍລີກ ເຖິງ 3 ປີຊ້ອນ (2016-2018) ສຳລັບປີນີ້ທາງບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນໃຫ້ການອຸປະຖຳເຖິງ 1,2 ຕື້ກີບ ໂດຍມີ ທ່ານ ປະສາດໄຊ ພິລະພັນເດຊ (ຮັກສາການປະທານ ສະຫະພັນບານເຕະແຫ່ງຊາດລາວ) ແລະ ທ່ານ ສູນທອນ ພົມມະຈັກ (ຮອງປະທານບໍລິສັດເບຍລາວ ຈຳກັດ) ເປັນຜູ້ລົງນາມເຊັນສັນຍາ.

3

ບໍລິສັດ ເບຍລາວ ຈຳກັດ ຖືວ່າມີບົດບາດສຳຄັນໃນການສົ່ງເສີມກີລາຂອງບ້ານເຮົາ ແລະ ໄດ້ມີສ່ວນຮ່ວມໃນການພັດທະນາດ້ານອື່ນໆເຖິງ 30 ກວ່າປີ ນອກຈາກບໍລິສັດເພີ່ນໄດ້ຊຸກຍູ້ວົງການກີລາແລ້ວ ກໍ່ຍັງມີສ່ວນຮ່ວມຄຽງຄູ່ຊ່ວຍສັງຄົມລາວໃນທຸກຂະແໜງການຕະຫຼອດມາ ສະເພາະດ້ານການສຶກສາ ກໍ່ເປີດທາງໃຫ້ນັກສຶກສາທີ່ດ້ອຍໂອກາດໄດ້ຮຽນສາຍວິຊາຊີບ ເຖິງ 400 ກວ່າທຶນ

ທ່ານ ສູນທອນ ພົມມະຈັກ (ຮອງປະທານບໍລິສັດເບຍລາວ ຈຳກັດ) ໄດ້ກ່າວເຊິ່ງເຈດຈຳນົງຂອງການຊ່ວຍຄັ້ງນີ ວ່າ ຈະສຸມທຸກເຫື່ອແຮງເພື່ອເຮັດສຸດຄວາມສາມາດຕອບສະໜອງພັນຕາມແນວທາງນະໂຍບາຍຂອງລັດຖະບານລາວ ໃນຊຸດໃໝ່ ນຳພາສັງຄົມໃຫ້ມີຄວາມກ້າວໜ້າທຽບເທົ່າກັບສາກົນ

ທາງທີມງານລາວໂພສຕ໌ຂໍຕາງໜ້າຂໍສະແດງຄວາມຊົມເຊີຍຢ່າງສຸດເຊີງ ແລະ ສຸດໃຈ ຂໍໃຫ້ບໍລິສັດຂອງພວກທ່ານ ຢູ່ຄຽງຂ້າງກັບສັງຄົມລາວເຮົາຕະຫຼອດໄປ ໃຫ້ສົມກັບ ສະໂລແກນ ທີ່ວ່າ “ເບຍລາວ ເບຍຂອງລາວ ເບຍຂອງຄົນຈິງໃຈ”.