Homeຂ່າວຕ່າງປະເທດອາກາດ​ຮ້ອນ ​ຢູ່ອິນ​ເດຍ​ ເສຍ​ຊີວິດ 160 ຄົນ

ອາກາດ​ຮ້ອນ ​ຢູ່ອິນ​ເດຍ​ ເສຍ​ຊີວິດ 160 ຄົນ

Published on

ອາກາດ​ຮ້ອນ​ເຮັດ​ໃຫ້້​ຊາວ​ອິນ​ເດຍ​ເສຍ​ຊີວິດ​ແລ້ວ 160 ຄົນ​ໃນ​ລັດ​ທາງ​ພາກ​ໃຕ້ ​ແລະ ຕາ​ເວັນ​ອອກ​ຂອງ​ອິນ​ເດຍ ຄວາ​ມຫວັງ​ທີ່​ຈະ​ມີ​ຝົນຕົກ​ຍັງ​ອີກ​ດົນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຄື້ນອາກາດ​ຮ້ອນ​ຍັງ​ແຜ່​ປົກ​ຄຸມ​ໄປ​ທົ່​ວ​ໃນ​ລັດ​ທາງ​ພາກ​ໃຕ້ ​ແລະ ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ​ເຊັ່ນ​ລັດ​ເຕລັງກາ​ນາ, ອານ​ທະ​ປະ​ເທດ ​ແລະ ​ໂອຣິສາ ອຸນຫະພູມ​ສູງ​ເຖິງ 45 ອົງສາ​ເຊ ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 160 ຄົນ ສ່ວນ​ໃຫຍ່​ເປັນ​ກຳມະກອນ ​ແລະ ຊາວ​ກະສິກອນ. ລັດ​ໂອຣິສາ​ສັ່ງ​ປິດ​ການ​ຮຽນ​ການ​ສອນ​ຕັ້ງ​ແຕ່​ອາທິດ​ທີ່​ຜ່ານ​ມາ​ຈົນ​ເຖິງ​ວັນ​ທີ 26 ​ເມສາ ​ເຈົ້າ​ໜ້າ​ທີ່​ໃນ​ລັດ​ອານ​ທະ​ປະ​ເທດ​ຕ້ອງ​ແຈກ​ນ້ຳ​ດື່ມ​ຟຣີ ​ແລະ ນົ້ມສົ້ມ​​ໃຫ້​ປະຊາຊົນ​​ເພື່ອບໍ່​ໃຫ້​ເກີດ​ອາການ​ຂາດ​ນ້ຳ ​ແລະ ຍັງ​ສັ່ງ​ໃຫ້​ປະຊາຊົນ​ຢູ່​ແຕ່​ໃນ​ຮົ່ມ​ໃນ​ຕ້ອນ​ກາງ​ເວັນ. ຕຳຫຼວດ​ລາຍ​ງາ​ນວ່າ ພົບ​ຜູ້​ເສຍ​ຊີວິດ​ທີ່​ເກີດ​ຈາກ​ອາກາດ​ຮ້ອນ​ໃນ​ລັດ​ໂອຣິສາ 55 ຄົນ, ລັດ​ອານທະ​ປະ​ເທດ 45 ຄົນ ​ແລະ ລັດ​ເຕລັງກາ​ນາ 66 ຄົນ ​ແຕ່​ສາຍ​ເຫດການ​ເສຍ​ຊີວິດ​ນັ້ນ​ຕ້ອງ​ລໍຖ້າ​ກວດ​ກາ​ອີກ​ເທື່ອ​ໜຶ່ງ ນອກຈາກ​ນັ້ນ​ກໍ​ຍັງ​ມີ​ອີກ 1 ຄົນ​ໃນ​ລັດ​ທະຫາ​ພະລະ​ເປັນ​ເດັກນ້ອຍຍິງອາຍຸ 12 ປີ​ເສຍ​ຊີວິດ​ຍ້ອນອາກາດ​ຮ້ອນ.

ຄື້ນອາກາດ​ຮ້ອນ​ໃນ​ອິນ​ເດຍບວກ​ກັບ​ອຸ​ຫະພູມ​ທົ່ວ​ໂລກ​ສູງ​ຂຶ້ນ​ເປັນ​ປະຫວັດສາດ​ໃນ​ວັນ​ທີ 19 ​ເມສາ​ທີ່​ຜ່ານ​ມາ ອຸນຫະພູມ​ສະ​ເລ່ຍ​ໃນ​ເດືອນ​ມີນາ​ທີ່​ຜ່ານ​ມາ​ຂອງ​ໂລກ​ຢູ່​ທີ 12,7 ອົງສາ​ເຊ,  ສ່ວນ​ພາກ​ໃຕ້​ຂອງ​ອິນ​ເດຍຖື​ວ່າ​ເປັນ​ປີ​ທີ່​ສອງ​ຕິດ​ຕໍ່​ກັນ​ທີ່​ປະ​ເຊີນ​ກັບ​ຄື້ນອາກາດ​ຮ້ອນ​ແຮງ​ທີ່​ຂ້າ​ຊີວິດ​ຜູ້​ຄົນ ​ໂດຍ​ປີ​ທີ່​ຜ່​ານມາ​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ເຖິງ 2.500 ຄົນ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...