spot_img
HomeມູມໄອທີລາວAcer Liquid Zest Plus ເປີດໂຕຢ່າງເປັນທາງການແລະມາພ້ອມກັບແບັດ 5,000mAh

Acer Liquid Zest Plus ເປີດໂຕຢ່າງເປັນທາງການແລະມາພ້ອມກັບແບັດ 5,000mAh

Published on

Acer ໄດ້ຈັດງານເປີດໂຕຢູ່ທີ່ນະຄອນນິວຢອກ ໂດຍໃນງານຈະມີການເປີດໂຕສະມາດໂຟນແລະແລັບທ໋ອບລຸ້ນໃໝ່ຂອງບໍລິສັດ ແຕ່ວ່າມື້ນີ້ເຮົາຈະມານຳສະເໜີສະມາດໂຟນລຸ້ນໃໝ່ທີ່ໜ້າສົນໃຈກໍຄື Acer Liquid Zest Plus.

image

Acer Liquid Zest Plus ມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1280 x 720 ພິກເຊວ (HD), ກ້ອງມີຄວາມລະອຽດຢູ່ທີ່ 13 ລ້ານພິກເຊວ ແລະມາພ້ອມກັບຄຸນສົມບັດບາງຢ່າງທີ່ທາງເອເຊີເອີ້ນວ່າ: Tri-focus, ແລະມາພ້ອມກັບແບັດເຕີຣີຂະໜາດໃຫຍ່ເຖິງ 5,000 mAh ພ້ອມກັບຮອງຮັບລະບົບສາກໄວນຳ. ສຳລັບ Tri-focus ໜ້າຈະໝາຍເຖິງທຸກໆປະເພດຂອງລະບົບໂຟກັດອັດຕະໂຕມັດເຊັ່ນ: – ເລເຊີ, ຄວາມຄົມຊັດ  ແລະ ກວດຈັບໂຟກັດ.

image

image

ສຳລັບໃນດ້ານຂອງຮາດແວຣແລ້ວໂຕເຄື່ອງແມ່ນໃຊ້ງານຊິບປະມວນຜົນຄອດຄໍ MediaTek MT6735 ມີຄວາມແຮງຢູ່ທີ່ 1.3GHz Cortex-A53, ໃຊ້ຊິບກຣາບຟິກ Mali-T720 ແລະ RAM 2GB. ສຳລັບ ROM ໃຫ້ມາ 16GB, ກ້ອງໜ້າມີຄວາມລະອຽດ 5 ລ້ານພິກເຊວ ພ້ອມເລນແບບມຸມກວ້າງ ແລະໃຊ້ງານລະບົບ Android 6.0 Marshmallow.

image

Liquid Zest Plus ຈະເລີ່ມຂາຍທີ່ອາເມຣິກາໃນໄວໆນີ້ ລາຄາ $250 (2.006.000 ກີບ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...