ບໍລິສັດຮັບເໝົາເລັ່ງສະເໜີຂໍ້ຕົກລົງເບິ່ງແຍງຫໍໄອເຟວ

ຫໍໄອເຟວກຽມກັບມາເປີດເຮັດການອີກຄັ້ງຫຼັງປິດໄປດົນ ເນື່ອງຈາກເຫດການກໍ່ການຮ້າຍປີກ່ອນ ບໍລິສັດຮັບເໝົາເລັ່ງສະເໜີແຜນເບິ່ງແຍງ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 18 ທັນວາທີ່ຜ່ານມາວ່າ: ເຊທ ອົງກອນທີ່ເບິ່ງແຍງຫໍໄອເຟວ ກວ່າວ່າຈະຂຽນແຜນການບັນລຸຂໍ້ຕົກລົງກັັບສະຫະພາຍແຮງງານ ແລະກັບມາເປີດເຮັດການຫໍໄອເຟວໃນວັນທີ 18 ທັນວາ ທີ່ຜ່ານມານີ້.

ໂດຍອົງກອນ CGT ແລະFO ຮຽກຮ້ອງໃຫ້ຢຸດງານເມື່ອອາທິດທີ່ຜ່ານມາ ເນື່ອງຈາກຕ້ອງການໃຫ້ພະນັກງານສະຫຼຸບຂະບວນການການດໍາເນີນການ ທັງໃນເລື່ອງຈໍານວນພະນັກງານ ແລະງົບປະມານ ທີ່ຈະໃຊ້ໃນການເບິ່ງແຍງຫໍໄອເຟວນີ້ ທາງບໍລິສັດຜູ້ເບິ່ງແຍງກ່າວວ່າ ນັກທ່ອງທ່ຽວຈໍານວນຫຼາຍ ເດີນທາງມາຍັງປາຣີໃນຊ່ວງວັນພັກ ຈະສາມາດເຂົ້າຢ້ຽມຢາມ ແລະທ່ຽວຊົມຫໍໄອເຟວ ແລະໄດ້ສໍາຜັດກັບທິວທັດທີ່ສວຍງາມຂອງປາຣີ ເປັນເຫດຜົນໃຫ້ຕ້ອງກຽມຄວາມພ້ອມດັ່ງກ່າວ