Homeຂ່າວພາຍ​ໃນມອບອຸປະກອນຮັບໃຊ້ຈະລາຈອນແກ່ 5 ແຂວງພາກເໜືອ

ມອບອຸປະກອນຮັບໃຊ້ຈະລາຈອນແກ່ 5 ແຂວງພາກເໜືອ

Published on

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບອຸປະກອນປ້ອງກັນຄວາມປອດໄພສຳລັບທາງ, ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ແລະ ຕ່າງໜ້າຮັບໂດຍ ພັທ ກອງແກ້ວ ຫັດສະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາຈາກ 5 ແຂວງພາກເໜືອເຂົ້າຮ່ວມ ເປັນສັກຂີພິຍານ.

อาจเป็นรูปภาพของ 12 คน และ ข้อความ

ການມອບ-ຮັບອຸປະກອນໃນຄັ້ງນີ້ ເພື່ອມອບໃຫ້ ກົມຕຳຫຼວດຈາລະຈອນ ມອບຕໍ່ໃຫ້ ພະແນກຕຳຫຼວດຈາລະຈອນ 5 ແຂວງພາກເໜືອຄື: ແຂວງອຸດົມໄຊ, ໄຊຍະບູລີ, ຜົ້ງສາລີ, ຫຼວງນ້ຳທາ, ແຂວງຫຼວງພະບາງ ແລະ 8 ເມືອງ ທີ່ນອນຢູ່ໃນໂຄງການຕາມເສັ້ນທາງ 2W-E; ອຸປະກອນທີ່ມາມອບໃນຄັ້ງນີ້, ປະກອບມີ ເຕັ້ນ 30 ອັນ, ໂຕະ 60 ໜ່ວຍ, ຕັ່ງ 180 ໜ່ວຍ, ຈວຍ 300 ອັນ, ປ້າຍຈຸດກວດກາ 30 ປ້າຍ, ຫວໍ (ສີແດງ) 30 ອັນ, LCD 29 ອັນ, ຖົງມື 15 ຄູ່, ສະຕິກເກີສະທ້ອນແສງ 20.000 ແຜ່ນ ແລະ ອຶ່ນໆອີກຈຳນວນໜຶ່ງ.

อาจเป็นรูปภาพของ ‎15 คน และ ‎ข้อความพูดว่า "‎ยุด ဘ၁လ את លា1 ตำห TR กะร๊ง 25 ยด STOP ต้หนอดาะลจวภ נגוו อด จะล ". BA RAFEI:POLICI LICE 盟 NG‎"‎‎

ເພື່ອນໍາໃຊ້ເຂົ້າໃນວຽກງານການບັງຄັບໃຊ້ກົດໝາຍ, ໂຄສະນາ, ເຜີຍແຜ່, ປູກຈິດສຳນຶກ ແລະ ການສຶກສາອົບຮົມ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ນັກຂັບຂີ່ທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງໄປມາຫາສູ່ຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມປອດໄພຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນ.

ພາບ-ຂ່າວ: ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...