spot_img
Homeຂ່າວຕ່າງປະເທດພໍ່ເຖົ້າອາຍຸ 71 ປີລ້ຽງໝາປ່າ 150 ໂຕ ຈ່າຍຄ່າອາຫານປີລະເກືອບລ້ານຢວນ

ພໍ່ເຖົ້າອາຍຸ 71 ປີລ້ຽງໝາປ່າ 150 ໂຕ ຈ່າຍຄ່າອາຫານປີລະເກືອບລ້ານຢວນ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 16 ທັນວາ 2016 ຜ່ານມາວ່າ ຢູ່ໃນເມືອງຈີ໋ມູ່ຊ່າເອີ ແຂວງປົກຄອງຕົນເອງຊົນຊາດ ຫຸຍຊາງຈີ້ ເຂດປົກຄອງຕົນເອງຊິນກຽງອຸຍກຣູ ມີພູເຂົາໜຶ່ງຖືກຂະໜານນາມວ່າ “ພູເຂົາໝາປ່າ” ເພາະມັກມີສຽງໝາປ່າເຫົ່າຫອນຢູ່ຕະຫຼອດ ແລະ ພໍ່ເຖົ້າ ຫຍາງ ສາງເຊິງ ອາຍຸ 71 ປີ ອາໄສຢູ່ນີ້ກໍໄດ້ລ້ຽງໝາປ່າໄວ້ຫຼາຍຮອດ 150 ໂຕ

ໝາປ່າທີ່ລາວລ້ຽງໄວ້ ມີຫຼາຍຂະໜາດ ຫຼາຍສີສັນ ມີທັງໝາປ່າໂກບີ, ໝາປ່າທົ່ງຫຍ້າ, ໝາປ່າທະເລຊາຍ, ໝາປ່າມົງໂກເລຍໃນ, ໝາປ່າມົງໂກເລຍ ແລະໝາປ່າໄຊບີຮຽນ ລວມແລ້ວຫຼາຍກວ່າ 8 ສາຍພັນ ເຊິ່ງສ່ວນຫຼາຍມາຈາກພື້ນທີ່ຕ່າງໆ ທັງໃນຈີນ ແລະຕ່າງປະເທດ ແຕ່ກໍມີສ່ວນໜຶ່ງທີ່ໄດ້ຈາກການເຮັດການສືບພັນເອງ

ນອກຈາກນີ້ ຍັງໄດ້ຈ່າຍຄ່າອາຫານຂອງໝາປ່າ ປີລະເກືອບ 1 ລ້ານຢວນ ແລະເຖິງແມ່ນວ່າລາວຈະເຖົ້າແກ່ແລ້ວ ແຕ່ສຸຂະພາບຮ່າງກາຍຍັງແຂງແຮງດີ ເຊິ່ງຖ້າບໍ່ຖາມອາຍຸກໍຈະເບິ່ງບໍ່ອອກວ່າອາຍຸຫຼາຍຮອດ 71 ປີແລ້ວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...