Homeຂ່າວພາຍ​ໃນຄາດການ ລາຄາສິນຄ້າໃນປະເທດມີແນວໂນ້ມຈະສູງຂຶ້ນ

ຄາດການ ລາຄາສິນຄ້າໃນປະເທດມີແນວໂນ້ມຈະສູງຂຶ້ນ

Published on

ອີງຕາມບົດລາຍງານອັດຕາເງິນເຟີ້ປະຈຳເດືອນ ເມສາ 2024 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ໃນຕໍ່ໜ້າສະພາບລາຄາສິນຄ້າຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນ ເນື່ອງຈາກສະພາບປັດໄຈພາຍໃນເປັນຕົ້ນແມ່ນ ຄວາມສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນທີ່ມີຄວາມຈຳກັດ, ການຊຸກຍູ້ສົ່ງເສີມການຜະລິດ ພາຍໃນຍັງຕ້ອງໃຊ້ເວລາ, ມາດຕະການໃນການຄຸ້ມຄອງລາຄາສິນຄ້າຍັງບອບບາງ ບວກກັບເງື່ອນໄຂພາຍ ນອກເປັນຕົ້ນແມ່ນ ຄວາມຂັດແຍ້ງຢູ່ໃນພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ-ການສະໜອງສິນຄ້າ ແລະ ບໍລິການອື່ນໆທີ່ຈະມີຜົນກະທົບຕໍ່ລາຄາສິນຄ້ານໍາເຂົ້າ ຂອງ ສປປ ລາວ.

 

ເມື່ອທຽບລາຄາສິນຄ້າເດືອນ ເມສາ ໃສ່ກັບ ເດືອນ ມິນາ ປີ 2024 ເຫັນວ່າ ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນສູງ ກວ່າ ເດືອນຜ່ານມາ ຢູ່ໃນລະດັບ 1,6% (ເດືອນມີນາ 1,3%) ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 3,2% ພົ້ນເດັ່ນ ແມ່ນລາຄາໄມ້ແປຮູບ (ເພີ່ມຂຶ້ນ 13,3%), ຫີນ, ຊາຍ (3,3%), ພະລັງງານອາຍແກສ ແລະ ເຊື້ອເພີງ (4,4%), ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,4% ພົ້ນເດັ່ນແມ່ນ ລາຄາຢາປາຣາ (6,5%), ຢາແກ້ໄຂ້ ແລະ ແກ້ໄອ ເດັກນ້ອຍ (2,6%), ຄ່າຫ້ອງນອນຄົນເຈັບ (2,9%), ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ລາຄາເບຍ ເພີ່ມຂຶ້ນ 3,2%.

ຂ່າວ: ວຽງຈັນທາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...