spot_img
Homeນານາສາລະນໍ້າໝາກກ້ຽງມີດີຫຼາຍກວ່າຮັກສາຜິວ!!

ນໍ້າໝາກກ້ຽງມີດີຫຼາຍກວ່າຮັກສາຜິວ!!

Published on

ນໍ້າໝາກກ້ຽງເປັນນໍ້າໝາກໄມ້ຊະນິດໜຶ່ງທີ່ມີກິ່ນຫອມ, ກິນງ່າຍ ແລະ ໃນນໍ້າໝາກກ້ຽງເຕັມໄປດ້ວຍວິຕາມິນ, ແຮ່ທາດ ແລະ ສານອາຫານທີ່ສໍາຄັນອີກຫຼາຍຢ່າງເປັນຕົ້ນແມ່ນ: ວິຕາມິນ C, ວິຕາມິນ A, ວິຕາມິນ B, ວິຕາມິນ D ແລະ ທາດເຫຼັກ. ສະນັ້ນ, ນໍ້າໝາກກ້ຽງຈຶ່ງເປັນໜຶ່ງໃນນໍ້າໝາກໄມ້ທີ່ໄດ້ຮັບຄວາມນິຍົມໄປໃນທົ່ວໂລກ ໂດຍສະເພາະຜູ້ຍິງທີ່ຮັກສາສຸຂະພາບ ແລະ ບໍາລຸງຜິວ ແຕ່ນອກຈາກຄຸນປະໂຫຍດໃນດ້ານຂອງການບໍາລຸງຜິວແລ້ວ ນໍ້າໝາກກ້ຽງຍັງມີຄຸນປະໂຫຍດທີ່ຫຼາກຫຼາຍເຊັ່ນ:

  • ຊ່ວຍໃນການບໍາລຸງຜິວ
  • ຊ່ວຍບໍາລຸງສາຍຕາ, ເສັ້ນຜົມ, ລະບົບໄຫຼວຽນຂອງເລືອດ ແລະ ບໍາລຸງຫົວໃຈ
  • ຊ່ວຍສ້າງພູມຄຸ້ມກັນ
  • ຊ່ວຍເສີມສ້າງກະດູກໃຫ້ແຂງແຮງ
  • ຊ່ວຍປ້ອງກັນ ແລະ ຫຼຸດຄວາມສ່ຽງການເກີດໂຣກມະເຮັງ
  • ຊ່ວຍປ້ອງກັນ ແລະ ຫຼຸດຄວາມສ່ຽງການເກີດໂຣກຫົວໃຈ ແລະ ໂຣກຫຼອດເລືອດຫົວໃຈຕີບ
  • ຊ່ວຍຫຼຸດຄວາມດັນໃນເລືອດ
  • ຊ່ວຍກະຕຸ້ນການເຮັດວຽກຂອງລະບົບຂັບຖ່າຍ

ດັ່ງນັ້ນ, ຈຶ່ງເຫັນໄດ້ວ່ານໍ້າໝາກກ້ຽງມີຄຸນປະໂຫຍດທີ່ຫຼາກຫຼາຍຕໍ່ກັບຮ່າງກາຍຂອງຄົນເຮົາ ເຮັດໃຫ້ຮ່າງກາຍມີພູມຄຸ້ມກັນພະຍາດຕ່າງໆທີ່ສູງຂື້ນ ແລະ ຍັງເຮັດໃຫ້ຜິວມີສຸຂະພາບດີ. ນໍ້າໝາກກ້ຽງມີຄຸນປະໂຫຍດຫຼາຍແບບນີ້ທຸກຄົນຢ່າລືມກິນນໍ້າໝາກກ້ຽງເດີ້ ແຕ່ຄວນກິນໃນປະລິມານທີ່ພໍດີກັບຄວາມຈໍາເປັນຂອງຮ່າງກາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...