spot_img
Home​ຂ່າວທ່ອງທ່ຽວນ້ຳຕົກຕາດຄะ ແຂວງຊຽງຂວາງ

ນ້ຳຕົກຕາດຄะ ແຂວງຊຽງຂວາງ

Published on

ທ່ອງທ່ຽວກັບ ລາວ ໂພສຕ໌ ວັນນີ້ ເຮົາຈະພາທຸກທ່ານມາທ່ຽວທີ່ ນ້ຳຕົກຕາດຄะ ແຂວງ ຊຽງຂວາງ ໃຫ້ເຢັນກາຍສະບາຍຕາກັນແນ່ຈັກໜ່ອຍ ເຊິ່ງຕ້ອງບອກເລີຍວ່ານ້ຳຕົກຕາດຄะ ແຫ່ງນີ້ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຢາກໃຫ້ທຸກທ່ານໄດ້ສຳພັດ ເມື່ອທ່ານໃດຫາກມີໂອກາດໄດ້ມາທ່ຽວທີ່ແຂວງ ຊຽງຂວາງ

4

 

ຢູ່​ລະ​ຫວ່າງ​ເສັ້ນທາງໂພນ​ສະຫວັນຫາ​​ ເມືອງ​ໜອງ​ແຮດ 99 ກິ​ໂລ​ແມັດ, ​​ແລະ ຈາກ​ທາງ​​ເລກ 7 ​ເຂົ້າ​ໄປປະມານ 5 ກິ​ໂລ​ແມັດ, ທ່ານ​ສາມາດ​ພົບ​ເຫັນ​ຕາດ​ຄະ ທີ່​ເປັນຕາ​ດທຳ​ມະ​ຊາດ ​ມີ​ຄວາມ​ສວຍ​ງາມ​ເປັນ​ຢ່າງ​ຍິ່ງ. ພາຍ​ໃນ​ຕາດ​ ປະກອບ​ດ້ວຍ​ຫຼາຍ​ຂັ້ນ. ​ໃນ​ນັ້ນ ຂັ້ນສຸດ​ທ້າຍ​ມີ​ຄວາມ​ສູງປະມານ40​-50 ​ແມັດ. ​ແຕ່ລະ​ຂັ້ນ ມີ​ຄວາມ​ສວຍ​ງາມ​ ແລະ ສາມາດ​​ຍ່າງ​ໄດ້​ແຕ່​ລຸ່ມຂຶ້ນ​ເທິງ. ຄວາມ​ກ້ວາງ​ຂອງ​ຕາດ​ ປະມານ 40-50 ​ແມັດ. ພາຍ​ໃນ​ຕາດ ​ແລະ ອ້ອມ​ຂ້າງ ​ປະກອບ​ດ້ວຍ​ຕົ້ນ​ໄມ້ ​ແລະ ຊີວະ​ນາໆ​ພັນ​ ທີ່​ອຸດົມສົມບູນ. ຕາດ​ຄະ ​ມີ​ນ້ຳ​ໄຫຼ​ຕະຫຼອດ​ປີ ​ເປັນ​ນ້ຳ​ທີ່​ເກີດ​ຈາກ​ຮູ​ຜາ.

tk1

ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຍັງ​ຈະ​ຕ້ອງ​ໄດ້ຈັດ​ສັນ​ແຫຼ່ງທ່ອງ​ທ່ຽວ​ຄືນ​ໃໝ່, ສ້າງ​ແຫຼ່ງທ່ອງ​ທ່ຽວ​ທີ່​ສາມາດ​ເຊື່ອມ​ຕໍ່​ກັນ ​ເຮັດ​ໃຫ້​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຄື​ກັບ​ວ່າ​ບໍ່​ເດີນທາງ​ໄກ​ປານ​ໃດ ​ແລະ ສ້າງ​ສິ່ງ​ຮອງ​ຮັບ​ຕ່າງໆ ​​​ໄວ້ຄອຍ​ບໍລິການ​ນັກ​ທ່ອງ​ທ່ຽວ​ ທີ່​ມາ​ທ່ຽວ​ຊົມ.

ຂໍ້ມູນຈາກ: http://www.laogov.gov.la/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...