ນາຍົກລັດຖະມົນຕີ ກຳປູເຈຍ ກຽມເດີນທາງຢ້ຽມຢາມມຽນມາ

0
1556

ນາຍົກລັດຖະມົນຕີ ກຳປູເຈຍ ເດີນທາງຢ້ຽມມຽນມາ ກຽມຊຸກຍູ້ແຜນສັນຕິພາບ ພ້ອມຢຸດໃຊ້ຄວາມຮຸນແຮງ

ທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກຽມເດີນທາງຢ້ຽມຢາມປະເທດມຽນມາ, ການເດີນທາງໄປຄັ້ງນີ້ ທ່ານ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກໍໄດ້ປະກາດໃຫ້ຄຳໝັ້ນທີ່ຈະສະໜັບສະໜູນແຜນສັນຕິໃນມຽນມາ ແລະ ຮ້ອງຂໍໃຫ້ມີການຢຸດໃຊ້ຄວາມຮຸນແຮງກ່ອນໜ້າການເດີນທາງມາຢ້ຽມຢາມມຽນມາຢ່າງເປັນທາງການຂອງຜູ້ນຳກຳປູເຈຍ

ການເດີນທາງຢ້ຽມຢາມມຽນມາໃນວັນທີ 7-8 ມັງກອນ 2022, ເຮັດໃຫ້ ທ່ານ ສົມເດັດ ຮຸນເຊນ ເປັນຜູ້ນຳປະເທດຄົນທຳອິດ ທີ່ເດີນທາງມາປະເທດມຽນມາ ນັບຕັ້ງແຕ່ເກີດເຫດການກໍ່ລັດຖະປະຫານ (ຍຶດອຳນາດ) ໃນເດືອນກຸມພາ ປີ 2021 ທີ່ຜ່ານມາ, ເຮັດໃຫ້ເກີດມີການປະທ້ວງຂອງປະຊາຊົນຊາວມຽນມາ.

ນອກຈາກນີ້, ທ່ານ ທ່ານສົມເດັດ ຮຸນເຊນ ຍັງໄດ້ກ່າວຕື່ມອີກວ່າ: ຂໍໃຫ້ທຸກຝ່າຍໃນມຽນມາອົດທົນ, ຢຸດໃຊ້ຄວາມຮຸນແຮງເພື່ອບໍ່ໃຫ້ເກິດສົງຄາມໃນກາງເມືອງ ແລະ ເພື່ອໃຫ້ບັນລຸເປັນໄປຕາມແຜນສັນຕິພາບໄດ້.

ຂໍ້ມູນອ້າງອີງຈາກ: BBC Thai, MATICHON