spot_img
Homeຂ່າວຕ່າງປະເທດ18 ມັງກອນນີ້! ດາວເຄາະນ້ອຍ ກຽມຜ່ານໂລກໃນໄລຍະໃກ້ທີ່ສຸດ

18 ມັງກອນນີ້! ດາວເຄາະນ້ອຍ ກຽມຜ່ານໂລກໃນໄລຍະໃກ້ທີ່ສຸດ

Published on

ໃນວັນທີ 7 ມັງກອນ 2022 ມີລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານວ່າ: ມີດາວເຄາະນ້ອຍຊື່ວ່າ 7482 (1994 PC1) ມີຂະໜາດຄວາມກວ້າງປະມານ 1 ກິໂລແມັດ. ກຽມມຸ້ງໜ້າຜ່ານໂລກຂອງເຮົາໃນໄລຍະໃກ້ ໃນວັນທີ 18 ມັງກອນ 2022 ນີ້ ໂດຍຈະເຄື່ອນໂຕຫ່າງໂລກໄລຍະປະມານ 1.98 ກິໂລແມັດ ຫຼື ປະມານໄລຍະຫ່າງຈາກໂລກຫາດວງຈັນ 5 ເທົ່າ.

ເຊິ່ງດາວ 7482 (1994 PC1) ເປັນດາວເຄາະນ້ອຍ ຈັດຢູ່ໃນໝວດ (s-type), ມີອົງປະກອບສ່ວນໃຫຍ່ເປັນ ຊິລິກາ, ເຫຼັກ ແລະ ແມກນິຊຽມ ເປັນຮູບແບບທີ່ພົບຫຼາຍທີ່ສຸດ ແລະ ຖືກຈັດຢູ່ໃນວັດຖຸຊະນິດໜຶ່ງທີ່ມີຄວາມອັນຕະລາຍ.

ຢ່າງໃດກໍຕາມຂໍ້ມູນຈາກນາຊ້າ ( NASA ) ລະບຸວ່າ: ນີ້ຈະເປັນການເຄື່ອນໂຕຜ່ານໂລກໃນໄລຍະທີ່ໃກ້ທີ່ສຸດຂອງດາວເຄາະນ້ອຍດວງນີ້ຕະຫຼອດ 172 ປີຂ້າງໜ້າ ແລະ ຈະຜ່ານໂລກຄັ້ງຕໍ່ໄປໃນວັນທີ 18 ມັງກອນ ປີ 2105 ຫຼື ປະມານ 83 ປີທີ່ໄລຍະຫ່າງປະມານ 5 ລ້ານກິໂລແມັດ ແລະ ຈະເກິດອີກຄັ້ງໃນວັນທີ 20 ມັງກອນ ປີ 2194.

ຂໍ້ມູນອ້າງອີງຈາກ:

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...