Home​ຂ່າວບັນເທິງປະຫວັດຫຍໍ້ ພ້ອມຮູ້ຈັກ ທິດາຈັນ ວິສີສົມບັດ (ນຸ້ນ) ນາງສາວລາວ ປີ 2021

ປະຫວັດຫຍໍ້ ພ້ອມຮູ້ຈັກ ທິດາຈັນ ວິສີສົມບັດ (ນຸ້ນ) ນາງສາວລາວ ປີ 2021

Published on

ຜ່ານໄປແລ້ວສໍາລັບການປະກວດນາງສາວລາວປະຈໍາປີ 2021 ໃນຊ່ວງທ້າຍປີ 2021 ທີ່ຜ່ານມາ ທີ່ມີການຖ່າຍທອດສົດຜ່ານເພຈ Miss Laos ນາງສາວລາວ ແລະ ໂທລະພາບ ນະຄອນຫຼວງ VTE9, ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງນາງສາວລາວປະຈໍາປີ 2021 ກໍເປັນໄປຕາມຄາດ ນັ້ນກໍຄື ML10 ທິດາຈັນ ວິສີສົມບັດ ຫຼື ນຸ້ນ ສາວນ້ອຍຫຼາກຫຼາຍຄວາມສາມາດ ທີ່ຕອບຄໍາຖາມຊະນະໃຈກໍາມະການ ແລະ ກອງເຊຍທີ່ຮັບຊົມຈາກທາງບ້ານ ຈົນສາມາດຄວ້າມຸງກຸດນາງສາວລາວປີ 2021 ມາຄອບຄອງໄວ້ໄດ້.

ບໍ່ພຽງແຕ່ຕໍາແໜ່ງນາງສາວລາວ ປີ 2021 ເທົ່ານັ້ນ ນຸ້ນ ຍັງໄດ້ຮັບລາງວັນຊຸດປະຈໍາແຂວງ, ລາງວັນນາງສາວທັນສະໄໝ ແລະ ລາງວັນ Popular Vote ຈາກປະຊາຊົນນໍາອີກ. ໃນບົດຄວາມນີ້ ລາວໂພສເລີຍຈະພາທຸກຄົນມາຮູ້ຈັກກັບ ທິດາຈັນ ວິສີສົມບັດ ຫຼື ນຸ້ນ ຜູ້ຄວ້າຕໍາແໜ່ງ Miss Laos 2021 ໃຫ້ຫຼາຍຂຶ້ນ.

ທິດາຈັນ ວິສີສົມບັດ (ນຸ້ນ) ເກີດເມື່ອວັນທີ 7 ພະຈິກ ປີ 1999, ນໍ້າໜັກ 44 ກິໂລກຣັມ ລວງສູງ 165 ຊັງຕີແມັດ, ເປັນຄົນນະຄອນຫຼວງວຽງຈັນແຕ່ກໍາເນີດ, ເປັນລູກສາວກົກ ມີນ້ອງຊາຍ 1 ຄົນ ແລະ ນ້ອງສາວ 1 ຄົນ. ຮຽນຈົບຊັ້ນປະຖົມຢູ່ທີ່ ໂຮງຮຽນ ປະຖົມ-ມັດທະຍົມສຶກສາຕອນຕົ້ນສິນໄຊ, ຮຽນຈົບຊັ້ນມັດທະຍົມຢູ່ທີ່ ໂຮງຮຽນ ມ.ສ ວຽງຈັນ. ຈົບການສຶກສາລະດັບປະລິນຍາຕີ ສົກຮຽນ 2020-2021 ທີ່ມະຫາວິທະຍາໄລແຫ່ງຊາດ ສາຂາ ການເງິນ-ການທະນາຄານ ພ້ອມທັງຍັງໄດ້ບົດຈົບຊັ້ນດີເດັ່ນ ແລະ ເປັນນັກຮຽນດີເດັ່ນ ທີ່ມີຄະແນນສະເລ່ຍ GPA: 3.5 ຂຶ້ນໄປອີກດ້ວຍ.

ນອກຈາກນັ້ນແລ້ວ, ນຸ້ນ ກໍເຄີຍມີໂອກາດໄດ້ທຶນ Sunburst Brain-camp ຢູ່ສິງກະໂປ ເປັນຕົວແທນປະເທດລາວເຂົ້າຮ່ວມແລກປ່ຽນວັດທະນະທຳ, ແຂ່ງຂັນ ແລະ ຮຽນຮູ້ທາງດ້ານວິທະຍາສາດ, ເຄີຍເຂົ້າຮ່ວມທຶນແລກປ່ຽນ ຢູ່ທີ່ປະເທດຍີ່ປຸ່ນ ໃນປີ 2016 (Jenesys2016 2nd batch), ມາປີ 2019 ກໍໄດ້ເຂົ້າຮ່ວມໂຄງການ TF-Scale2019 ຢູ່ທີ່ປະເທດສິງກະໂປ ເປັນໂຄງການແລກປ່ຽນພາວະຄວາມເປັນຜູ້ນຳ, ວັດທະນະທຳ- ສັງຄົມ ແລະ ເສດຖະກິດ ສໍາລັບນັກສືກສາ. ມີໂອກາດໄດ້ເປັນໜຶ່ງໃນຕົວແທນນັກສຶກສາຈາກປະເທດລາວ ເຂົ້າຮ່ວມໂຄງການ OR Seeding the future Camp ທີ່ປະເທດໄທ ເປັນໂຄງການສ້າງມູນຄ່າຜ່ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ພ້ອມທັງແຂ່ງຂັນ Digital Marketing Campaigns ເຊິ່ງໄດ້ທີ 1 ໃນການແຂ່ງຂັນແບບທີມ ມາຄອບຄອງອີກດ້ວຍ.

ປັດຈຸບັນ, ນຸ້ນເປັນ External Auditor ຫຼື ນັກກວດສອບບັນຊີພາຍນອກ ໃຫ້ກັບ ບໍລິສັດ Ernst&Young Lao (EY Lao) ເຊິ່ງເປັນ 1ໃນ 4 ບໍລິສັດ ຍັກໃຫຍ່ທາງດ້ານການກວດສອບ.

ອ່ານມາຮອດນີ້ແລ້ວ ຕ້ອງບອກເປັນສຽງດຽວກັນເລີຍວ່າ ສາວນ້ອຍຄົນນີ້ບໍ່ທໍາມະດາກັນເລີຍ ບໍ່ວ່າຈະເປັນຄວາມຮູ້ການສຶກສາ, ຄວາມສາມາດ ແລະ ປະສົບການອັນຫຼາກຫຼາຍ ທີ່ເກີດຂຶ້ນໃນອາຍຸພຽງແຕ່ 22 ປີເທົ່ານັ້ນ.

ຖາມ: ເປັນຫຍັງ ນຸ້ນ ຈຶ່ງຕັດສິນໃຈເຂົ້າປະກວດເວທີນາງສາວລາວ ປີ 2021?

ນຸ້ນ: ຈຸດປະສົງຫຼັກທີ່ຕັດສິນໃຈ ເຂົ້າປະກວດ ເວທີນາງສາວລາວ ປີ 2021 ກໍເພື່ອຢາກສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ທັກສະຂອງແມ່ຍິງລາວຍຸກໃໝ່ ທີ່ມີໃຈຮັກໃນດ້ານວັດທະນະທຳລາວ, ມີຄວາມສາມາດທີ່ຈະເປັນແຮງພັກດັນ ພ້ອມທັງຢາກເປັນກະບອກສຽງໃນການເຜີຍແຜ່ວັດທະນະທຳ ແລະ ຊ່ວຍເຫຼືອສັງຄົມໃຫ້ກັບທຸກຄົນໄດ້.

ຖາມ: ຄວາມຮູ້ສຶກຫຼັງໄດ້ຍິນຊື່ຕົນເອງຖືກປະກາດວ່າ ໄດ້ຮັບຕໍາແໜ່ງ ນາງສາວລາວ 2021?

ນຸ້ນ: ຄວາມຮູ້ສຶກຂອງນ້ອງຫຼັງທີ່ໄດ້ຍິນຊື່ຕົນເອງຖືກປະກາດໄດ້ຮັບຕໍາແໜ່ງ ນາງສາວລາວ 2021 ແມ່ນຮູ້ສຶກພູມໃຈ, ຄິດເຫັນໜ້າຄົນໃນຄອບຄົວ ແລະ ທຸກໆຄົນທີ່ສະໜັບສະໜູນນຸ້ນມາຕະຫຼອດ ວ່າພວກເຂົາຈະຮູ້ສຶກດີໃຈ ຫຼື ຕື່ນເຕັ້ນນຳເຮົາແນວໃດ ຕໍ່ກັບສິ່ງທີ່ເຮົາສາມາດພິສູດໃຫ້ເຫັນໄດ້.

ຖາມ: ຄິດບໍ່ວ່າຕົນເອງຈະໄດ້ຮັບຕໍາແໜ່ງ ນາງສາວລາວ ປີ 2021?

ນຸ້ນ: ນ້ອງຂໍຕອບດ້ວຍຄວາມຈິງໃຈເລີຍວ່າ ໃນຕອນທໍາອິດຍັງຄິດບໍ່ຮອດຂັ້ນນັ້ນ ຍ້ອນຄິດວ່າເຮົາຍັງເດີນທາງໄປບໍ່ທັນຮອດປາຍທາງເທື່ອ ເພາະໃນຊ່ວງເວລາເກັບໂຕ ຫຼື ເຮັດກິດຈະກຳຮ່ວມນຳໝູ່ເພື່ອນຫຼາຍໆຄົນ ກໍເຫັນໄດ້ວ່າແຕ່ລະຄົນມີຄວາມໂດດເດັ່ນທີ່ແຕກຕ່າງກັນ ແຕ່ສິ່ງທີ່ເຮັດໃຫ້ນ້ອງໝັ້ນໃຈ ແລະ ເຊື່ອໝັ້ນວ່າຕົນເອງຈະໄດ້ຮັບຕໍາແໜ່ງ ນາງສາວລາວ 2021 ແມ່ນມາຮອດຮອບຕັດສິນ, ເພາະນ້ອງເຊື່ອວ່າຕົນເອງເຮັດເຕັມທີ່ທີ່ສຸດ ແລະ ພໍໃຈໃນສິ່ງທີ່ຕົນເອງໄດ້ສື່ສານອອກໄປທັງໝົດແລ້ວ.

ຖາມ: ນຸ້ນມີເຄັດລັບໃນການຕອບຄໍາຖາມທີ່ຫຼື່ນໄຫຼ ສາມາດຊະນະໃຈກໍາມະການ ແລະ ກອງເຊຍ ຫຼື ບໍ່?

ນຸ້ນ: ການຕອບຄຳຖາມທີ່ດີ ນຸ້ນຄິດວ່າສິ່ງທີ່ສຳຄັນທີ່ສຸດກໍຄື ເຮົາຕ້ອງມີສະຕິ, ຕັ້ງໃຈຟັງຄຳຖາມ ແລະ ຕີຄວາມໝາຍສິ່ງທີ່ເປັນຈຸດສຳຄັນ ແລະ ຕ້ອງຕອບກັບໄປໃຫ້ຖືກຈຸດໃຫ້ໄດ້ ຍ້ອນນຸ້ນເຊື່ອວ່າຖ້າເຮົາມີສະຕິ ເຮົາກໍຈະມີສະມາທິ ໃນການຄິດຫາຄຳຕອບ ເຊິ່ງສິ່ງດັ່ງກ່າວຈະຊ່ວຍໃຫ້ເຮົາສາມາດສື່ສານອອກໄປໄດ້ຢ່າງຖືກປະເດັນ ແລະ ຈິງໃຈ.

ຖາມ: ຢາກຂອບໃຈໃຜທີ່ສຸດທີ່ເຮັດໃຫ້ນຸ້ນໄດ້ມາຮອດຈຸດນີ້?

ນຸ້ນ: ນຸ້ນເອງຢາກຈະຂອບໃຈຕົນເອງທີ່ສຸດ ທີ່ກ້າສູ້ກັບຄວາມຄິດທີ່ຢູ່ພາຍໃນຫຼາຍໆຢ່າງບໍ່ວ່າຈະເປັນ ຄວາມບໍ່ເຊື່ອໃຈຕົນເອງ, ຄວາມຢ້ານ ຈົນສາມາດເອົາຊະນະໃຈຂອງຕົນເອງໄດ້ ຈົນເຮັດໃຫ້ມາຮອດຈຸດນີ້. ນອກຈາກນີ້, ບຸກຄົນທີ່ຂາດບໍ່ໄດ້ທີ່ເປັນແຮງຊຸກຍູ້ໃຫ້ນຸ້ນກ້າວໜ້າ ແລະ ຢາກພັດທະນາຕົນເອງໄປເລື້ອຍໆກໍຄື ກຳລັງໃຈຈາກຄອບຄົວ, ໝູ່ເພື່ອນ, ຄົນສຳຄັນ ແລະ ທຸກໆຄົນທີ່ເປັນກຳລັງໃຈດີໆ ສະໜັບສະໜູນ ນຸ້ນ ມາຕັ້ງແຕ່ມື້ທຳອິດ ຈົນຮອດມື້ນີ້.

ສຸດທ້າຍນີ້, ນຸ້ນຂໍຝາກທຸກໆຄົນ ຕິດຕາມຜົນງານການເຄື່ອນໄຫວຂອງນຸ້ນເອງ ນາງສາວລາວ ປີ 2021 ແລະ ນາງສາວລາວອີກ 4 ທ່ານ ໃນການດຳເນີນການເຄື່ອນໄຫວກິດຈະກຳຕ່າງໆໃນນາມນາງສາວລາວ ທີ່ເປັນຕົວແທນຂອງແມ່ຍິງລາວຍຸກໃໝ່ທີ່ມີຫົວໃຈຮັກດ້ານວັດທະນະທຳ ແລະ ຊ່ວຍເຫຼືອສັງຄົມຜ່ານທາງ Page: MissLaos ນາງສາວລາວ. ພ້ອມທັງຊ່ອງທາງການຕິດຕາມຜົນງານຂອງນຸ້ນຜ່ານທາງ ເຟສບຸກ: N’noon thidachanh ແລະ ອິນສະຕາແກຣມ: Noon_thidachanh

ຢ່າລືມເຂົ້າໄປຕິດຕາມຜົນງານ, ຄວາມເຄື່ອນໄຫວຕ່າງໆ ແລະ ໃຫ້ກໍາລັງໃຈນຸ້ນກັນຫຼາຍໆເດີ້ທຸກຄົນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...