spot_img
Homeຂ່າວທ້ອງຖິ່ນນັກໂທດ 7 ຄົນທີ່ຍັງຫຼົບໜີ ຄາດວ່ານັກໂທດບາງສ່ວນໄດ້ຫຼົບໜີໄປຕ່າງປະເທດແລ້ວ

ນັກໂທດ 7 ຄົນທີ່ຍັງຫຼົບໜີ ຄາດວ່ານັກໂທດບາງສ່ວນໄດ້ຫຼົບໜີໄປຕ່າງປະເທດແລ້ວ

Published on

ຫຼັງຈາກຊອກຄົ້ນ ແລະ ເລັ່ງຕິດຕາມມາໄດ້ 3 ວັນແລ້ວ ນັບແຕ່ມື້ໂຕນຄຸກໃນວັນທີ 24 ສິງຫາ ທີ່ຜ່ານມາ ລວມມີ 12 ຄົນເປັນນັກໂທດຄະດີຢາເສບຕິດ ໃນນັ້ນສາມາດຈັບກຸມໄດ້ແລ້ວ 5 ຄົນ, ນັກໂທດ 7 ຄົນ ຍັງເອົາໂຕຫຼົບໜີ ເຊິ່ງເຈົ້າໜ້າທີ່ຄາດວ່ານັກໂທດບາງສ່ວນໄດ້ເອົາໂຕຫຼົບໜີໄປຕ່າງປະເທດແລ້ວຍ້ອນວ່ານັກໂທດສ່ວນໜຶ່ງເປັນຄົນສັນຊາດຕ່າງປະເທດ.

ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ໄດ້ແຈ້ງຕໍ່ ທີມງານວຽງຈັນທາຍ ມື້ເຊົ້ານີ້ວ່າ: ຮອດປັດຈຸບັນຍັງບໍ່ສາມາດຈັບກຸມໄດ້ເທື່ອ ນັກໂທດ 7 ຄົນທີ່ຍັງເອົາໂຕຫຼົບໜີ.

ການຄົ້ນຫາແມ່ນໄດ້ມີການແກະຮອຍນັກໂທດຢູ່ຕາມກ້ອງວົງຈອນປິດຕາມເສັ້ນທາງຕ່າງໆ, ເຂດຈຸມສູມ ແລະ ກວດລົດທຸກຄັນ ແລະ ຄົນທີ່ຢູ່ພາຍໃນລົດທີ່ເດີນທາງໄປ ຕ່າງແຂວງ.

ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ຍັງບໍ່ສາມາດເວົ້າໄດ້ວ່າຈະສາມາດຈັບກຸມນັກໂທດ 7 ຄົນໄດ້ມີື້ໃດ, ແຕ່ມີຄວາມຄືບໜ້າຫຼາຍສົມຄວນກ່ຽວກັບສະຖານທີ່ ທີ່ນັກໂທດອາດຈະໄປລີ້ຊ່ອນໂຕ ຫຼັງຈາກທີ່ສືບສວນນັກໂທດທີ່ຮ່ວມຂະບວນການແຕ່ເຊື່ອວ່ານັກໂທດຈໍານວນໜຶ່ງໂດຍສະເພາະນັກໂທດສັນຊາດຕ່າງປະເທດອາດຈະເອົາໂຕຫຼົບໜີໄປຕ່າງປະເທດແລ້ວ ແລະ ສັນນິຖານວ່າ, ການໂຕນຄຸກໃນຄັ້ງນີ້ມີການວາງແຜນໄວ້ລ່ວງໜ້າແລ້ວ ເພາະເມື່ອຕິດຕາມເຊັກນໍາກ້ອງວົງຈອນປິດ ໄດ້ມີລົດກະບະວີໂກສີປອນເງິນມາລໍຖ້າເພື່ອພາໂຕຫຼົບໝີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...