spot_img
Homeຂ່າວພາຍ​ໃນນະຄອນໄກສອນ ພົມວິຫານ ທຳລາຍສິນຄ້າເສື່ອມຄຸນ-ໝົດອາຍຸການນໍາໃຊ້

ນະຄອນໄກສອນ ພົມວິຫານ ທຳລາຍສິນຄ້າເສື່ອມຄຸນ-ໝົດອາຍຸການນໍາໃຊ້

Published on

ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ໄດ້ຈັດພິທີມອບ-ສົ່ງສິນຄ້າເສື່ອມຄຸນະພາບ, ໝົດອາຍຸການນໍາໃຊ້ ຫວ່າງບໍ່ດົນມານີ້ ທີ່ເດີ່ນຫ້ອງວ່າການປົກຄອງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເພື່ອນໍາໄປທໍາລາຍຖິ້ມທີ່ສະໜາມຂີ້ເຫຍື້ອບ້ານຊອກ ໂດຍການເຂົ້າຮ່ວມຂອງ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ, ມີບັນດາໃນຄະນະປະຈຳພັກ, ກຳມະການພັກ, ຫົວໜ້າຫ້ອງການ, ນາຍບ້ານໃນເທດສະບານ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ທາງຫ້ອງການສາມາດເຄື່ອນໄຫວກວດກາສິນຄ້າຮ້ານສະດວກຊື້ໄດ້ 23 ຮ້ານ, ຮ້ານຂາຍຍ່ອຍ 75 ຮ້ານ, ຮ້ານຂາຍອາຫານສົດ ແລະ ອາຫານທະເລ ໄດ້ 7 ຮ້ານ, ສາງແຊ່ເຢັນ 6 ສາງ, ຄຣີນິກເສີມຄວາມງາມ 6 ຮ້ານ, ຮ້ານນວດສະປາ 9 ຮ້ານ ຊຶ່ງສາມາດກວດຢຶດ-ອາຍັດສິນຄ້າໄດ້ດັ່ງນີ້: ປະເພດສິນຄ້າເສື່ອມຄຸນະພາບ (ເສຍຄຸນ) ມີຈໍານວນ 56 ລາຍການ ມູນຄ່າລວມ 155.324.500 ກີບ.

ພິທີການທຳລາຍສິນຄ້າໃນຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ຂາຍ ແລະ ຜູ້ຊື້ ເຫັນໄດ້ຄວາມສຳຄັນໃນການຄັດເລືອກເອົາສິນຄ້າທີ່ມີຄຸນະພາບມາຈຳໜ່າຍ, ຊົມໃຊ້ ແລະ ບໍລິໂພກສິນຄ້າທີ່ໄດ້ຕາມມາດຖານ ທັງຮັບປະກັນທາງດ້ານສຸຂະພາບຂອງຕົນເອງ ແລະ ຄົນໃນຄອບຄົວ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...