spot_img
Homeຂ່າວຕ່າງປະເທດນະຄອນຫລວງຮ່າໂນ້ຍ ທົດລອງແລ່ນລົດເມດ່ວນພິເສດ BRT ສາຍທຳອິດ ພ້ອມເປີດໃຫ້ບໍລິການປີໃໝ່ນີ້

ນະຄອນຫລວງຮ່າໂນ້ຍ ທົດລອງແລ່ນລົດເມດ່ວນພິເສດ BRT ສາຍທຳອິດ ພ້ອມເປີດໃຫ້ບໍລິການປີໃໝ່ນີ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ທັນວານີ້ວ່າ ຫວຽດນາມໄດ້ດຳເນີນການທົດລອງ ແລ່ນລົດເມດ່ວນຂົນສົ່ງມວນຊົນ ຫລື BRT (Bus Rapid Transport) ຢູ່ນະຄອນຫລວງຮ່າໂນ້ຍ ໃນວັນທີ 15 ທັນວານີ້ ເພື່ອທົດສອບທາງດ້ານເຕັກນິກ ແລະ ລະບົບອື່ນໆ ກ່ອນທີ່ຈະເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 1 ມັງກອນ 2017 ຊຶ່ງຈະກາຍເປັນລະບົບລົດເມດ່ວນຂົນສົ່ງມວນຊົນສາຍທຳອິດຂອງປະເທດ ທີ່ເລີ່ມກໍ່ສ້າງມາຕັ້ງແຕ່ປີ 2013 ເພື່ອແກ້ໄຂບັນຫາການສັນຈອນຕິດຂັດ ຂອງນະຄອນຫລວງຮ່າໂນ້ຍໃນປັດຈຸບັນ.

ທັງນີ້ ລົດ BRT ສາຍດັ່ງກ່າວ ມີໄລຍະທາງ 14 ກິໂລແມັດ ລະຫວ່າງຖະໜິນກິມໝ່າ (Kim Ma) ກັບຖະໜົນອຽນເຫງັ໊ຍ (Yen Nghia) ໂດຍຈະໃຊ້ເວລາແລ່ນປະມານ 30 ນາທີ ທຽບກັບການເດີນທາງດ້ວຍພາຫະນະຊະນິດອື່ນ ໃນຊົ່ວໂມງຮີບດ່ວນ ຊຶ່ງຕ້ອງໃຊ້ເວລາປະມານ 1 ຊົ່ວໂມງເຄິ່ງ ເຖິງ 2 ຊົ່ວໂມງ.

ລະບົບລົດ BRT ສ້າງຂຶ້ນມາໃຫ້ສາມາດແລ່ນໄດ້ຢ່າງວ່ອງໄວຂຶ້ນ ແລະ ບໍລິການຢ່າງມີປະສິດທິພາບ ບົນພື້ນຖານຫລັກການທີ່ວ່າ ລົດເມມີທາງແລ່ນສະເພາະຂອງຕົນເອງ ໂດຍບໍ່ມີພາຫະນະຊະນິດອື່ນມາຮ່ວມໃຊ້ ແລະ ບໍ່ອະນຸຍາດໃຫ້ຈອດຍານພາຫະນະໃດໆ ບໍລິເວນປ້າຍຈອດລົດເມ ຊຶ່ງເປັນບ່ອນທີ່ຜູ້ໂດຍສານຂຶ້ນ ແລະ ລົງລົດ.

ສະພາບການສັນຈອນຕິດຂັດ ຢູ່ນະຄອນຫລວງຮ່າໂນ້ຍ ໃນປັດຈຸບັນ
ສະພາບການສັນຈອນຕິດຂັດ ຢູ່ນະຄອນຫລວງຮ່າໂນ້ຍ ໃນປັດຈຸບັນ

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...