spot_img
Homeຂ່າວການພັດທະນາທ່ານ ຄຳມະນີ ເນັ້ນໄຟຟ້າລາວ ປັບປຸງຂອດບໍລິການໃຫ້ທັນສະໄໝ ແລະ ຮັບປະກັນກວ່າເກົ່າ

ທ່ານ ຄຳມະນີ ເນັ້ນໄຟຟ້າລາວ ປັບປຸງຂອດບໍລິການໃຫ້ທັນສະໄໝ ແລະ ຮັບປະກັນກວ່າເກົ່າ

Published on

ທ່ານ ຄຳມະນີ ອິນທິລາດ ໄດ້ເນັ້ນບາງບັນຫາຕໍ່ກອງປະຊຸມ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ ຂອງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ໂດຍ ຕ້ອງໄດ້ເລັ່ງປັບປຸງແກ້ໄຂ ຂອດບໍລິການໃຫ້ທັນສະໄໝ ແລະ ຮັບປະກັນກວ່າເກົ່າ, ຕອບສະໜອງໄດ້ໄວທ່ວງທັນກັບເວລາ ແລະ ຮັບປະກັນຄຸນນະພາບ.

ທ່ານຍັງເນັ້ນໃຫ້ກວດກາຄືນ ແລະ ປັບປຸງຄືນກ່ຽວກັບຂອດການບໍລິການ ເຊິ່ງເປັນບັນຫາທີ່ພົ້ນເດ່ັນຂອງ ຟຟລ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເນື່ອງຈາກຂອດບໍລິການມັກມີບັນຫາຫຼາຍ ເຮັດໃຫ້ຜູ້ປະກອບການ, ນັກທຸລະກິດ ແລະ ປະຊາຊົນ ຂັດຂ້ອງບໍ່ມີຄວາມຄ່ອງຕົວພົບຂໍ້ຫຍຸ້ງຍາກເຮັດໃຫ້ເກີດມີຫາງສຽງຈົ່ມວ່າ. ສະນັ້ນ, ຕ້ອງກຳແໜ້ນວ່າການພັດທະນາເສດຖະກິດ-ສັງຄົມ ສູງເທົ່າໃດມັນຍິ່ງຮຽກຮ້ອງເຖິງການບໍລິການຂອງພວກເຮົາຕ້ອງມີການຍົກລະດັບໃຫ້ສູງຂຶ້ນ, ທັນສະໄໝຂຶ້ນ, ຕອບສະໜອງໄດ້ໄວທ່ວງທັນກັບເວລາ ແລະ ຮັບປະກັນຄຸນນະພາບ (ເວົ້າໄດ້ຕ້ອງເຮັດໄດ້) .

 

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...