spot_img
Homeຂ່າວພາຍ​ໃນທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງສຳເລັດກວ່າ 90%

ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງສຳເລັດກວ່າ 90%

Published on

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດ ທະນາເສັ້ນທາງ ການເຈາະອຸໂມງ ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94% ຮັບເໝົາໂດຍບໍລິສັດ ກໍ່ສ້າງພາເວີໄຊນາ ຈຳກັດ ຕະຫຼອດໄລຍະການກໍ່ສ້າງທາງບໍລິສັດໄດ້ຮັບການຮ່ວມມືຈາກປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍທົດແທນຜົນເສຍຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ.

ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງສັນຍາທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ ເສັ້ນທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກີໂລແມັດ ມີຂົວ 15 ແຫ່ງ ຍາວ 8 ກີໂລແມັດ  ອຸໂມງ 8 ແຫ່ງ ຍາວ 12 ກີໂລແມັດ ແລະ ທາງ 18,9 ກີໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ມີຜົນສຳເລັດຕາມແຜນການ ແຕ່ສະເພາະວຽກເຈາະອຸມົງເຫັນວ່າມີຄວາມຫຼ້າຊ້າເລັກໜ້ອຍ ຊຶ່ງປະຕິບັດໄດ້ປະມານ 65% ເນື່ອງຈາກເຈາະພົບຫີນດຳແຂງ ແລະ ພົບນ້ຳບາດານຊຶ່ງການເຈາະພົບນ້ຳບາດານໄດ້ເຮັດນ້ຳທະລຸອອກມາຈຳນວນຫຼາຍ ແລ້ວໄປພັດເອົາດິນ ແລະ ເສດຫີນໄຫຼອອກສູ່ສາຍນ້ຳ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນຢູ່ບໍລິເວນອ້ອມຂ້າງ ດັ່ງນັ້ນ ທາງບໍລິສັດຈຶ່ງງໄດ້ເພີ່ມຄວາມລະມັດລະວັງໃນການເຈາະຊີອຸໂມງໃຫ້ມີວິທະຍາສາດສູງຕາມມາດຕະຖານສາກົນ ໂດຍສະເພາະແມ່ນຮັບປະກັນຜົນກະທົບດ້ານສິ່ງແວດ ລ້ອມຄືກັບໜ້າວຽກອື່ນໆ.

ທ່ານ ບຸນຈັນ ມາລາວົງ ຮອງເຈົ້າເມືອງວັງວຽງໃຫ້ຮູ້ວ່າ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ອຳນາດການປົກ ຄອງເມືອງແມ່ນໄດ້ໃຫ້ການຮ່ວມມືຢ່າງເຕັມສ່ວນ ຊຶ່ງກ່ອນໜ້ານີ້ໄດ້ສະໜອງພື້ນທີ່ໃຫ້ແກ່ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ລວມທັງໄດ້ຮ່ວມມືສະໜອງພື້ນທີ່ການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ ເພື່ອປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ອຳນວຍຄວາມສະດວກໃນການໄປມາຫາສູ່ ນັກທ່ອງທ່ຽວ ການຄ້າ ການບໍລິການ ແລະ ອື່ນໆໃຫ້ແກ່ຊາວເມືອງວັງວຽງ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດຍົກລະດັບຊີວິດການເປັນຢູ່ໃຫ້ດີກວ່າເກົ່າ ເມື່ອການກໍ່ສ້າງເສັ້ນທາງລົດໄຟ ແລະ ທາງດ່ວນສຳເລັດກໍອຳນວຍຄວາມສະດວກໃຫ້ນັກແກ່ທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມເມືອງວັງວຽງກໍຄືປະເທດຊາດໃຫ້ຂະຫຍາຍຂຶ້ນເປັນກ້າວໆ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...