spot_img
HomeBaby-ແມ່ແລະເດັກຖືພາກ່ອນໄວອັນຄວນ ສ່ຽງຕຸ້ຍຕະຫຼອດຊີວິດ

ຖືພາກ່ອນໄວອັນຄວນ ສ່ຽງຕຸ້ຍຕະຫຼອດຊີວິດ

Published on

mom-mathernity

ການຖືພາຕັ້ງແຕ່ອາຍຸຍັງນ້ອຍຫຼາຍຄົນ ອາດພະຍາຍາມເບິ່ງໃນແງ່ດີ ໂດຍສະເພາະໃນດ້ານກາຟື້ນໂຕ ແລະການກັບມາມີຮູບຮ່າງເຂົ້າທີ່ເຂົ້າທາງ ຄືເມື່ອກ່ອນຖືພາ ແຕ່ໃນຄວາມເປັນຈິ່ງພົບວ່າ ຜູ້ຍິງທີ່ຖືພາຕັ້ງແຕ່ໄວລຸ່ນມີໂອກາດ ກາຍເປັນສາວ “ຕຸ້ຍ” ໃດ້ຫຼາຍທີ່ສຸດ.

ຈາກການສຶກສາຂອງມະຫາວິທະຍາໄລມິຊິແກນ ພົບວ່າປັດຈຸບັນຜູ້ຍິງອັງກິດ 15 ເປີເຊັນຈະຕຸ້ຍຈົນເກີນມາດຕະຖານ ໃນຂະນະຖືພາ ຂະນະທີ່ເມື່ອ 20 ປີກ່ອນ ໂຕເລກນີ້ຢູ່ທີ່ 7 ເປີເຊັນເທົ່ານັ້ນເອງ ແລະຍັງພົບວ່າຜູ້ຍິງໄວລຸ່ນ (ອາຍຸບໍ່ເກີນ 19 ປີ) ທີ່ຖືພາກ່ອນໄວອັນຄວນນັ້ນ 1 ໃນ 3 ຂອງກຸ່ມຕົວຢ່າງກາຍເປັນຄົນຕຸ້ຍໃນທີ່ສຸດ.

“ສາເຫດສ່ວນໜຶ່ງຄື ເມື່ອພວກເຮົາຕ້ອງດູແລໃຫ້ຄວາມຊ່ວຍເຫຼືອ ແມ່ໄວສາວເຫຼົ່ານີ້ ສ່ວນຫຼາຍພວກເຮົາມັກເບິ່ງໄປທີ່ການດູແລເດັກນ້ອຍ ຈະລ້ຽງລູກແບບໃດ  ການສຶກສາຂອງແມ່ຈະເຮັດແນວໃດ ລູກຈະຢູ່ແບບໃດ ຕະຫຼອດຈົນເຖິງການຊ່ວຍເຫຼືອທາງການເງິນ ແຕ່ສິ່ງໜຶ່ງທີ່ພວກເຮົາມັກລືມໄປກໍ່ຄື ການດູແລສຸຂະພາບຂອງແມ່ໄວສາວເຫຼົ່ານີ້ ເຮັດໃຫ້ພວກເຂົາເຈົ້າກິນອາຫານທີ່ບໍ່ມີປະໂຫຍດ.” ດຣ ແທມມີ່ ຊາງ ຫົວໜ້າຄະນະວິໄຈກ່າວ .

ຂະນະທີ່ການສຶກສາຈາກ University of London ພົບວ່າ ແມ່ທີ່ມີການຄວບຄຸມອາຫານຢ່າງດີນັ້ນ ສ່ຽງຕໍ່ການປ່ວຍດ້ວຍໂລກເບົາຫວານ ຄວາມດັນ ແລະການເກິດກ່ອນກຳໜົດນ້ອຍກວ່າແມ່ທີ່ ບໍ່ໄດ້ຄວບຄຸມອາຫານ.

ນອກຈາກນັ້ນ ແມ່ໄວສາວຫຼາຍຄົນຍັງຕ້ອງລ້ຽງລູກຕາມລຳພັງຄົນດຽວ ເຊິ່ງເຮັດໃຫ້ພວກເຂົາເຈົ້າບໍ່ມີໂອກາດ ຮັບປະທານອາຫານທີ່ດີຕໍ່ສຸຂະພາບ ເນື່ອງຈາກລຳພັງພຽງເວລາທີ່ຈະໃດ້ກິນເຂົ້າ ເຂົ້າຫ້ອງນ້ຳ ກໍ່ເກືອບບໍ່ພຽງພໍແລ້ວ ຈຶ່ງເຮັດໃຫ້ໂອກາດທີ່ພວກເຂົາເຈົ້າຢິບອາຫານ ທີ່ຮັບປະທານງ່າຍໆ ແກ້ຢາກໄປກ່ອນເປັນໄປໄດ້ສູງນັ້ນເອງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...