spot_img
Homeຂ່າວຕ່າງປະເທດຍິງລາວ 30 ປີ ຖືກຕໍາຫຼວດໄທຈັບ ຫຼັງເອົາລູກທີ່ຫາກໍ່ເກີດໄປຖິ້ມຢູ່ຖັງຂີ້ເຫຍື້ອ

ຍິງລາວ 30 ປີ ຖືກຕໍາຫຼວດໄທຈັບ ຫຼັງເອົາລູກທີ່ຫາກໍ່ເກີດໄປຖິ້ມຢູ່ຖັງຂີ້ເຫຍື້ອ

Published on

ວັນ​ທີ 15 ພະຈິກ 2021 ສໍານັກຂ່າວ Khaosod ໄດ້ລາຍງານວ່າ ​ເຈົ້າ​ໜ້າ​ທີ່​ຕຳຫຼວດໄທ ​ໄດ້​ຈັບ​ຜູ້​ຍິງ​ອາຍຸ 30 ປີ ສັນຊາດ​ລາວ ​ຫຼັງກໍ່ເຫດ ​ເອົາ​ເດັກນ້ອຍທີ່ຫາກໍເກີດ ​ໄປ​ຖິ້ມ​ຢູ່ຖັງຂີ້ເຫຍື້ອ ຢູ່ທີ່ ຮ່ອມຣາມຄໍາແຫງ ເມືອງຫົວໝາກ ເຂດບາງກະປິ ເມື່ອວັນທີ 6 ພະຈິກ. ພາຍຫຼັງເກີດເຫດ, ຕຳຫຼວດໄດ້ໄລ່ຕິດຕາມປິດລ້ອມ ຈົນເຮັດໃຫ້ສາມາດຈັບຕົວຜູ້ຍິງຄົນນີ້ໄດ້.

ພົນ​ໂທ ວິ​ໄຊ ນະ​ຄອນ ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫົວ​ມາກ ​ກ່າວວ່າ ພາຍຫຼັງ​ເກີດ​ເຫດ, ຕຳຫຼວດ​ໄດ້​ພົບ​ເຫັນ​ພາບ​ຈາກກ້ອງ​ວົງ​ຈອນ​ປິດ. ໃນຂະນະທີ່ຜູ້ຖືກກ່າວຫາໄດ້ເອົາຖົງຂີ້ເຫຍື້ອອອກຈາກຫ້ອງ ແລ້ວຢ່າງລົງເອົາໄປຖິ້ມ ກ່ອນ​ຈະ​ກັບ​ເຂົ້າ​ໄປ​ໃນ​ຫ້ອງ ບໍ່​ໄດ້​ອອກ​ມາ​ອີກ ຜູ້ກ່ຽວຮັບສາລະພາບວ່າ ໄດ້ກໍ່ເຫດດັ່ງກ່າວແທ້

ຜູ້ຕ້ອງຫາກ່າວວ່າ ລາວ​ເປັນ​ຄົນ​ງານ​ທີ່​ໜີ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ ໂດຍເມື່ອວັນ​ທີ 5 ພະຈິກ​ຜ່ານ​ມາ ໄດ້ໃຫ້ກໍາເນີດລູກຜູ້ຊາຍຢູ່ໃນຫ້ອງ, ແຕ່ 3-4 ນາທີຕໍ່ມາເດັກນ້ອຍໄດ້ເສຍຊີວິດ. ດ້ວຍຄວາມອິດເມື່ອຍຫຼັງຈາກເກີດລູກ ຈຶ່ງນອນຫຼັບໄປ. ມາຮອດຕອນແລງແມ່ນໄດ້ນໍາເອົາສົບເດັກນ້ອຍໃສ່ຖົງຂີ້ເຫຍື້ອເອົາໄປຖິ້ມ ຈົນມີຄົນພົບເຫັນສົບ ແລະ ຖືກຈັບໃນທີ່ສຸດ.

ໃນເບື້ອງຕົ້ນ, ຕໍາຫຼວດໄດ້ຮັບຄວາມຄິດເຫັນຈາກທ່ານໝໍວ່າ ສົບ​ຂອງ​ເດັກ​ນ້ອຍຜູ້​ນີ້​ໄດ້ມີການ​ຫາຍ​ໃຈ​ກ່ອນ​ຕາຍ, ສາເຫດຂອງການເສຍຊີວິດແມ່ນຖືກປິດກັ້ນການຫາຍໃຈ.​ ດັ່ງນັ້ນ, ຈຶ່ງຕ້ອງມີການສືບສວນຢ່າງລະອຽດອີກຄັ້ງ. ແມ່ຂອງເດັກຖືກຕັ້ງຂໍ້ຫາຄາດຕະກຳຜູ້ອື່ນ, ປິດບັງການທຳລາຍສົບ ແລະ ຫຼົບໜີເຂົ້າໄປໄທໂດຍບໍ່ໄດ້ຮັບອະນຸຍາດ ໂດຍຈະຖືກດຳເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...