spot_img
Homeຂ່າວການພັດທະນາຍທຂ ຊີ້ ການສ້າງທາງຫຼາຍສາຍບໍລິມາດ ແລະລາຄາເກີນຈິງ

ຍທຂ ຊີ້ ການສ້າງທາງຫຼາຍສາຍບໍລິມາດ ແລະລາຄາເກີນຈິງ

Published on

   ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາດກ່ຽວກັບໂຄງການກໍ່ສ້າງເສັ້ນທາງຢູ່ຫລາຍແຂວງທີ່ມີຄວາມລ້າຊ້າ, ໂດຍສະເພາະຢູ່ແຂວງຫົວພັນ ແລະ ແຂວງໄຊສົມບູນ.       ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ສໍາລັບໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ເມືອງຊໍາໃຕ້ຫາເມືອງກ້ວນແຂວງຫົວພັນທີ່ມີຄວາມຍາວປະມານ 31 ກິໂລແມັດ, ກວ້າງ 6,5 ແມັດ, ເປັນໂຄງການລົງທຶນກ່ອນຂອງແຂວງໂດຍບໍລິສັດດາວເຮືອງສົງເປັນຜູ້ຮັບເໝົາໃນມູນຄ່າທັງໝົດ 367 ຕື້ກີບ, ໄລຍະການກໍ່ສ້າງ 3 ປີ (2013-2016) ແລະ ຊໍາລະຄືນພາຍໃນ 5 ປີ, ແຕ່ຈັດຕັ້ງປະຕິບັດມາໄດ້ພຽງ 24% ຜູ້ຮັບເໝົາໄດ້ໂຈະການກໍ່ສ້າງທັງໝົດຍ້ອນບໍ່ມີກົນຈັກ ແລະ ສັນຍາການກໍ່ສ້າງກໍໝົດອາຍຸ, ເມື່ອເປັນແນວນັ້ນແຂວງຫົວພັນສະເໜີມອບໃຫ້ກະຊວງ ຍທຂ ຕໍ່ສັນຍາໂຄງການດັ່ງກ່າວເພາະເຫັນວ່າເປັນເສັ້ນທາງຫລວງແຫ່ງຊາດ ແລະ ອີກເສັ້ນທາງໜຶ່ງແຕ່ໜອງຄ້າງ-ເມືອງແອດແຂວງຫົວພັນເປັນທາງປູຢາງສອງຊັ້ນຍາວປະມານ 30 ກິໂລແມັດ, ກວ້າງ 6,5 ແມັດ, ເປັນໂຄງການລົງທຶນກ່ອນທຶນຂອງແຂວງເຊັ່ນກັນ, ໂດຍແມ່ນບໍລິສັດເອບີ (AB) ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 224 ຕື້ກວ່າກີບມີໄລຍະກໍ່ສ້າງ 3 ປີເຊັ່ນກັນ (2013-2016) ແຕ່ພາຍຫລັງເຊັນສັນຍາບໍລິສັດດັ່ງກ່າວໄດ້ມອບໃຫ້ບໍລິສັດຮົວທາຍ (ຈີນ) ເປັນຜູ້ຮັບເໝົາຕໍ່ ແລະ ປະຕິບັດວຽກໄດ້ປະມານ 70% ບໍລິສັດເອບີໄດ້ຂໍໂຈະສັນຍາ ແລະ ມອບຄືນໃຫ້ແຂວງຫົວພັນ, ຕໍ່ມາແຂວງດັ່ງກ່າວໄດ້ເຊັນສັນຍາກັບບໍລິສັດຮົວທາຍໂດຍກົງເພື່ອສືບຕໍ່ດໍາເນີນການກໍ່ສ້າງໃຫ້ສໍາເລັດໃນປີ 2018. ສ່ວນໂຄງການກໍ່ສ້າງທາງ 3 ເສັ້ນຢູ່ແຂວງໄຊສົມບູນຄື: ແຕ່ບ້ານຜາສະຫງົບເມືອງອານຸວົງຫາບ້ານວຽງທອງເມືອງທ່າໂທມມີຄວາມຍາວປະມານ 50 ກິໂລແມັດ, ຮັບເໝົາກໍ່ສ້າງໂດຍບໍລິສັດທະວີໂຊກພັດທະນາກໍ່ສ້າງຈໍາກັດ, ເສັ້ນທາງແຕ່ບ້ານພູຫົວຊ້າງຫາບ້ານອ່າວໃຕ້ເມືອງອານຸວົງມີຄວາມຍາວປະມານ 30 ກວ່າກິໂລແມັດ, ໂດຍແມ່ນບໍລິສັດຫລັກໄຊກໍ່ສ້າງຂົວທາງຈໍາກັດ ແລະ ເສັ້ນທາງແຕ່ຂົວນໍ້າຍອນຫາບ້ານລ່ອງແຈ້ງ, ເມືອງລ່ອງແຈ້ງທີ່ມີຄວາມຍາວປະມານ 40 ກິໂລແມັດ, ຊຶ່ງແມ່ນບໍລິສັດປັນຍາທິລາດກໍ່ສ້າງເຄຫາຂົວທາງ ແລະ ຊົນລະປະທານເປັນຜູ້ຮັບເໝົາກໍ່ສ້າງນັ້ນ, ພາຍຫລັງກວດກາແລ້ວເຫັນວ່າທັງ 3 ໂຄງການແມ່ນມີບໍລິມາດ ແລະ ມູນຄ່າເກີນສັນຍາ, ສະນັ້ນກະຊວງແຜນການ ແລະ ການລົງທຶນຈຶ່ງມີແຈ້ງການໃຫ້ຄັດເລືອກເອົາພຽງ 1 ເສັ້ນທາງເພື່ອສ້າງເປັນທາງປູຢາງສອງຊັ້ນ ແລະ ສ່ວນທີ່ເຫລືອແມ່ນກໍ່ສ້າງເປັນທາງປູຫີນ.
+ຂ່າວຈາກ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...