ຊິ້ນສ່ວນເຮືອບິນ ຕົກໃສ່ຫລັງຄາໂຮງງານຢູ່ຈີນ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ!

shanghai

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດຜ່ານມານີ້ວ່າ ເກີດເຫດຊິ້ນສ່ວນຂອງເຮືອບິນໂບອິ້ງ 777 ຕົກລົງຈາກເທິງຟ້າສູ່ບໍລິເວນໂຮງງານແຫ່ງໜຶ່ງໃນປະເທດຈີນ ໂດຍໄດ້ຕົກໃສ່ຫລັງຄາກັນສາດຂອງໂຮງງານ ລົງບໍລິເວນທີ່ມີພະນັກງານເຮັດວຽກຢູ່ ແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ.

ວັດຖຸດັ່ງກ່າວ ແມ່ນເປັນຊິ້ນສ່ວນບໍລິເວນປະຕູລໍ້ໜ້າຂອງເຮືອບິນ ນ້ຳໜັກ 60 ກິໂລ ໂດຍໜ່ວຍງານການບິນພົນລະເຮືອນຂອງຈີນ ໄດ້ອອກມາລະບຸວ່າ ເຖິງແມ່ນຈະບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດກໍຕາມ ແຕ່ກໍຕ້ອງໄດ້ກວດສອບເບິ່ງວ່າ ແມ່ນຊິ້ນສ່ວນຂອງເຮືອບິນພາກສ່ວນໃດ.