Homeລົດຍົນ-ຍານພາຫະນະເລື່ອງ​ຂອງ​ລໍ້​ແມັກ…ເປັນຫຍັງ​ຕ້ອງ​ເລືອກ​ເບົາ​ໄວ້​ກ່ອນ?

ເລື່ອງ​ຂອງ​ລໍ້​ແມັກ…ເປັນຫຍັງ​ຕ້ອງ​ເລືອກ​ເບົາ​ໄວ້​ກ່ອນ?

Published on

ມັນ​ເປັນ​ເລື່ອງ​ຂອງຄົົນທີ່​ຮັກ​ການ​ແຕ່ງ​ລົດ​ເປັນ​ຊີວິດ​ຈິດ​ໃຈ​ຈະ​ຫຼີກບໍ່​ໄດ້​ເລີຍ​ທີ່​ຈະ​ຕ້ອງ​ປ່ຽນ​ຕີນລົດ​ຄູ່​ໃໝ່​ໃຫ້​ລົດ​ເຮົາ ອາດ​ເປັນ​ເພາະ​ ຕີນລົດ​ຄູ່​ເດີມ​ທີ່​ມາ​ກັບ​ລົດ​ມັນ​ບໍ່​ງາມ ບໍ່​ໂຫດ ບໍ່​ເດັ່ນ ນ້ອຍ​ໄປ ຫຼື ​ຫຍັງ​ກໍ​ແລ້ວ​ແຕ່ ແລະ​ການ​ປ່ຽນ​ລໍ້​ແມັກ ກໍ​ຈະ​ເປັນ​ສິ່ງ​ທຳອິດ ທີ່​ຄົົນທີ່​ມັກ​ແຕ່ງ​ລົດ​ຈະ​ພິຈາລະນາ​ປ່ຽນ​

Forged-wheels-1

ໃນ​ການ​ເລືອກ​ລໍ້​ແມັກ​ນັ້ນ​ມັນ​ກໍ​ມີ​ປັດ​ໄຈ​ໃນ​ການ​ເລືອກ​ຫຼາຍໆ ປັດ​ໄຈ​ນຳກັນ​ເຊັ່ນ ລາ​ຄາ ຄວາມ​ສວຍງາມ ຂະໜາດ ສີ ຄວາມ​ແຂງ​ແຮງ ຫຼື ​ຈະ​ເປັນ​ຄວາມ​ເບົາ ແຕ່​ສິ່ງ​ທີ່​ເຮົາ​ເຊີ່ງ​ເປັນ​ຂາ​ຊິ່ງ​ ຫຼື ​ແຕ່ງ​ແນວ racing ຈະ​ໃສ່​ໃຈ​ການ​ເລືອກ​ລໍ້​ແມັກ​ທີ່​ນ້ຳ​ໜັກ​ເປັນ​ຫຼັກ ນັ້ນ​ກໍ​ຄື​ຈະ​ຕ້ອງ​ຄຳ​ນຶງ​ເຖິງ​ຄວາມ​ເບົາ​ຂອງ​ລໍ້​ຕໍ່​ວົງ​ເປັນ​ຫລັກ​ກ່ອນ​ເລີຍ​ວ່າ​ຕ້ອງ​ເອົາ​ເບົາ​ທີ່ສຸດ​ແຕ່​ຕ້ອງ​ແຂງ​ແຮງ​ດ້ວຍ​ເຊັ່ນ​ພວກ​ລໍ້ forged (ລໍ້ forged ຄື​ຫຍັງ​ໃຫ້​ໄປ​ເບິ່ງ​ດ້ານ​ລຸມ​ສຸດ​ຂອງ​ບົດ​ຄວາມ​ນີ້​) ເປັນ​ຕົ້ນ

Forged-wheels-2

ແລ້ວ​ເປັນຫຍັງ​ຕ້ອງ​ສົນໃຈ​ກັບ​ຄວາມ​ເບົາ​ຂອງ​ລໍ້​ແມັກ​? ຖ້າ​ຈະ​ຕອບ​ສັ້ນໆ ແຕ່​ໄດ້​ໃຈ​ຄວາມ​ທີ່​ເຂົ້າໃຈ​ງ່າຍໆ ກໍ​ຄື​ວ່າ​ລໍ້​ແມັກ​ທີ່​ເບົາ​ຈະ​ບໍ່​ເປັນ​ພາລະ​ກັບ​ເຄື່ອງ​ຍົນແລະ​ເພົາ​ຂັບ ເອົາ​ງ່າຍ​ໄປ​ອີກ​ກໍ​ຄື​ລຸດ​ໂຫຼດ​ຂອງ​ເຄື່ອງ​ຍົນ ຖ້າ​ຖາມ​ຕໍ່ວ່າ​ລຸດ​ໂຫຼດ​ເຄື່ອງ​ຍົນແລ້ວ​ດີ​ຈັ່ງ? ກໍ​ຕອບ​ງ່າຍໆ ອີກວ່າ​ລົດ​ກໍ​ມີ​ຄວາມ​ກະ​ສັບ​ກະ​ເສັງ​ຫຼາຍ​ຂຶ້ນ ອອກ​ຕົວ​ໄວ​ກວ່າ​ເກົ່າ ອັດຕາ​ເລັ່ງ​ດີກວ່າ​ເກົ່າ ໄດ້​ຄວາມ​ໄວ​​ທີ່​ດີກວ່າ​ເກົ່າ ປະ​ຫຍັດ​ນ້ຳ​ມັນ​ຂຶ້ນ ເປັນ​ຕົ້ນ ເຊີ່ງ​ທັງ​ໝົດ​ນີ້​ມັນ​ມີ​ຜົນ​ຕໍ່​ພວກ​ຂາ​ຊິ່ງ​ທີ່​ເນັ້ນ​ເລື່ອງ​ເວລາ​ຫຼາຍໆ ເຊັ່ນ​ເວລາ​ໃນ​ການ​ອອກ​ຕົວ​ແລະ​ເລື່ອງ​ອັດຕາ​ເລັ່ງ

Forged-wheels-3

ລໍ້​ແມັກ​ກໍ​ປຽບ​ເໝືອນ​ກັບເກີບ ເກີບ​ຍິ່ງ​ເບົາ ກໍ​ຍິ່ງ​ຍ່າງ​ສະບາຍ ສ່ວນ​ເກີບທີ່​ໜັກ​ເວລາ​ເຮົາ​ຍ່າງ​ ຫຼື ​ແລ່ນ ​ຈະ​ຮູ້ສຶກ​ລຳ​ບາກ ຢ່າງໃດ​ກໍ​ຕາມ​ສິ່ງ​ທີ່​ສຳຄັນ​ຄື​ຄວາມ​ແຂງ​ແຮງ ແມ່ນ​ລໍ້​ແມັກ​ນັ້ນ​ຈະ​ມີ​ນ້ຳ​ໜັກ​ເບົາ​ແຕ່​ຕ້ອງ​ແນ່​ໃຈ​ວ່າ​ຄວາມ​ແຂງ​ແຮງ​ນັ້ນ​ຈະ​ບໍ່​ຫຼຸດລົງ​ໄປ​ນຳ ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ຂັບ​ຂີ່ ອີກ​ທັງ​ຄວາມ​ເບົາ​ນັ້ນ​ຕ້ອງ​ສຳພັນ​ກັບ​ຂະໜາດ​ຂອງ​ເຄື່ອງ​ຍົນ ເຊັ່ນ ລົດ​ຂະໜາດ​ໃຫຍ່​ຖ້າ​ໃສ່​ແມັກ​ເບົາ​ເກີນ​ໄປ​ກໍ​ຈະ​ເຮັດໃຫ້​ການ​ຂັບ​ຂີ່​ບໍ່​ໝັ້ນຄົງ​

ສຸດ​ທ້າຍ​ນີ້​ຄວາມ​ແຂງ​ແຮງ​ຂອງ​ລໍ້​ນັ້ນ​ກໍ​ສຳຄັນ​ຫລາຍ​ບໍ່​ພ່າຍແພ້​ກັບ​ຄວາມ​ເບົາ​ໂດຍ​ຂອງ 2 ສິ່ງ​ນີ້​ມັກ​ຈະ​ມາ​ຄູ່​ກັນ​ສະເໝີ ເບົາ​ແລະ​ແຂງ​ແຮງ ເພາະ​ພວກ​ຂາ​ຊິ່ງ​ຈະ​ຂັບ​ໂຫດ​ຫຼາຍ ຖ້າ​ເບົາ​ແຕ່​ບໍ່​ແຂງ​ແຮງ​ສຸດ​ທ້າຍ​ກໍ​ດຸ້ງ​ກໍ​ແຕກ​ຖ້າ​ຕົກຂຸມ

RE30

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...