spot_img
Homeຂ່າວການພັດທະນາຈົດໝາຍແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບເງິນປອມລະບາດ

ຈົດໝາຍແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບເງິນປອມລະບາດ

Published on

ຖ້າທ່ານຕິດຕາມຂ່າວຜ່ານເຟສບຸກ ແລະ ວິທະຍຸພາຍໃນອາທິດນີ້ຈະໄດ້ຍິນວ່າມີສະພາບເງິນປອມໃບ 50 ພັນກີບ ແລະ ໃບແສນກີບລະບາດຢູ່ບາງຈຸດແລກປ່ຽນເງິນ ແລະ ທະນາຄານບາງແຫ່ງໂດຍບໍ່ມີການເປີດເຜີຍຂໍ້ມູນລະອຽດປານໃດ ແຕ່ໃນຕອນເຊົ້າມື້ນີ້ວັນທີ 18 ພຶດສະພາ 2016 ນີ້ໄດ້ມີເຈົ້າໜ້າທີ່ທະນາຄານບາງແຫ່ງ ຜູ້ບໍ່ຢາກອອກນາມມາບອກວ່າເປັນຄວາມຈິງ ເຊິ່ງສາມາດຢຶດໄດ້ ແລະ ເກັບຄືນໄດ້ເກືອບ 1 ຕື້ກີບ ປັດຈຸບັນນີ້ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວພວມກະກຽມຂໍ້ມູນເພື່ອຖະແຫລງຂ່າວໃນການເປີດເຜີຍຄວາມເປັນຈິງ ຜ່ານມາກໍມີເຫດການນີ້ເກີດຂຶ້ນຢູ່ແຕ່ບໍ່ຫລາຍປານໃດ. ຂະນະທີ່ ສື່ມວນຊົນຫລາຍອົງການໃຫ້ຄວາມສົນໃຈຢາກໄປສຳພາດ ແລະ ນຳເອົາບັນຫາດັ່ງກ່າວອອກຂ່າວເພື່ອແຈ້ງເຕື່ອນໃຫ້ພໍ່ແມ່ປະຊາຊົນ ແລະ ອົງການພາກລັດ-ເອກະຊົນກ່ຽວຂ້ອງເພີ່ມຄວາມລະມັດລະວັງ ແລະ ມີສະຕິໃນການໃຊ້ຈ່າຍເງິນ ພ້ອມຍັງເປັນຫູເປັນຕາໃຫ້ພັກ-ເຮົາອີກດ້ວຍ ທັງໝົດເລົ່ານັ້ນເພື່ອສະກັດກັ້ນ ແລະ ຕີຖອຍກຸ່ມຄົນບໍ່ດີເຂົ້າມາເຄື່ອນໄຫວໃນປະເທດລາວ. ແນວໃດກໍດີ ການທີ່ຈະໄປສຳພາດເພື່ອເອົາຂໍ້ມູນນັ້ນປະກົດວ່າຍຸ້ງຍາກ ແລະ ຫລ້າຊ້າພໍສົມຄວນຍ້ອນວ່າທະນາຄານກ່ຽວຂ້ອງຢາກໄດ້ໃບສະໜີຈ້ຳກາແດງຄັກແນ່ ເພີ່ນຈຶ່ງຈະໃຫ້ສຳພາດ ບາງຄັ້ງສົ່ງໃບສະເໜີໄປຂໍສຳພາດກໍບໍ່ຕອບ ແລະ ມິດໄປຊື່ໆ ຜ່ານມາມະຕິກອງປະຊຸມໃຫຍ່ຄັ້ງທີ 9 ໄດ້ເວົ້າລະອຽດວ່າຕ້ອງບຸກທະລຸລະບອບລະບຽບທີ່ເປັນອັດຕັນສ້າງຄວາມຍຸ້ງຍາກໃຫ້ແກ່ການສ້າງສາພັດທະນາ ແຕ່ໃນຂອດປະຕິບັດຂອງບາງອົງການຍັງເຫັນວ່າກະຕຸກກະຕັກ ແລະ ເຄືອນໄຫວຊ້າໆ. ກ່ຽວກັບສິ່ງເລົ່ານັ້ນຄວນເບິ່ງຄືນວ່າເຮັດຖື ຫລື ບໍ່? ຖ້າຫາກວ່າສື່ນຳສະເໜີຂໍ້ມູນຂ່າວສານທີ່ເປັນປະໂຫຍດອອກສູ່ສັງຄົມ ແລະ ສາມາດຊ່ວຍໃຫ້ພໍ່ແມ່ປະຊາຊົນມີສະຕິ,ໄດ້ບົດຮຽນ ແລະ ທັງເປັນການປະກອບສ່ວນສ້າງພັດທະນາປະເທດຊາດຢ່າງໜັກແໜ້ນນັ້ນແມ່ນຄວາມຜິດ ຫລື ບໍ່?.

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...